Lyrics: Phanomphet Malavong/Miew Phuangphachan/Xaysana Bounkhong
Music: Phanomphet Malavong/Miew Phuangphachan/Xaysana Bounkhong
ເຈົ້າເປັນຄົນຜິດຫຼືວ່າ ເປັນຂ້ອຍທີ່ຍ່າງອອກມາ
ເຈົ້າຄົງຈະເສຍນ້ຳຕາ ເສຍເວລາ
ເຖິງຜ່ານໄປດົນເທົ່າໃດ ພາບເຈົ້າບໍ່ເຄີຍຫາຍໄປ
ມັນຍັງຕິດຄ້າງຕະຫຼອດມາ ຄ້າງຕະຫຼອດເລີຍ
Lil roxz
ໂລກນີ້ມັນບໍ່ໄດ້ຖ້າໃຫ້ໃຜບາງຄົນໄດ້ລຸກໃໝ່
ຖ້າບໍ່ມີແຮງຈະສູ້ຂ້ອຍຄົງເປັນໄດ້ແຄ່ພຽງເງົາ
ຫົວໃຈຂອງຂ້ອຍຕ້ອງການໃຫ້ໃຜບາງຄົນມາຈຸດໃສ່
ເພື່ອໃຫ້ເຮົາສອງໄດ້ມີຄວາມສຸກ ເຖິງເຈັບເທົ່າໃດຕ້ອງຈຽມເອົາ
ທຸກສິ່ງທີ່ເຈົ້າລຳຄານ ຕໍ່ໄປມັນຈະບໍ່ມີອິກ
ເລື່ອງລາວທີ່ເຮົາໄດ້ພົບ ຂ້ອຍເວົ້າໄດ້ໝົດຖ້າມີບີດ
ຄວາມເຫງົາຕອນບໍ່ມີເຈົ້າ ພໍຟັງເພງກໍທະວີອີກ
ເຫັນເຈົ້າເລີ່ມໃໝ່ຄືຈະສະບາຍ ເຮັດຄືທຸກຢ່າງມັນeasy
ຄິດແລ້ວກໍ່ໃຈຫາຍ ເມື່ອຕື່ນມາບໍ່ມີຄົນປຸກ
ເຈົ້າຄົງເຫັນແສງສະຫວ່າງ ຢູ່ປາຍທາງທີ່ມົດທຸກ
ໜັງສືຫົວເກົ່າເລ່ມນີ້ ຂ້ອຍຕ້ອງອ່ານຈັກກີ່ບົດຮູ້
ເພື່ອທວນສິ່ງທີ່ໂຕຂ້ອຍໄດ້ເຮັດ ແລ້ວຂໍໃຫ້ມັນຮິບຈົບດຸ
ຂ້ອຍຕິດໃນຄວາມຊົງຈຳ ທີ່ມັນບໍ່ເຄີຍຈະລົບຫາຍ
ຄວາມຮັກໄດ້ດຶງຂ້ອຍໄປ ຈາກທີ່ເປັນຄົນເຄີຍສົດໃສ
ປະຕິທິນໃນມື້ຄົບຮອບ ມື້ຂ້ອຍຄົງຕ້ອງອົດໝາຍ
ທັ້ງທີ່ຄຳຕອບຂອງເຈົ້າຊັດເຈນ ແຕ່ໂຕຂ້ອຍເອງຄືງົງຫຼາຍ
Zixna
ກອດສຸດທ້າຍກ່ອນຈາກກັນ ແລ້ວຫຼັງຈາກນັ້ນເຮົາຈາກໄກ
ເປັນກອດສຸດທ້າຍທິ່ຝາກຝັງ ຄວາມຊົງຈຳໄວ້ຫຼາກຫຼາຍ
ອານາຄົດທີ່ວາດຝັນ ມັນກັບຕ້ອງພັງທຸກສາກໃດ
ເພາະສາຍໃຍຂອງຄວາມສຳພັນ ເຮົາໄດ້ຕັດໃຫ້ມັນຂາດໄປ
ຄວາມຮັກຂອງເຮົາກາຍເປັນອາດີດທີ່ບໍ່ສາມາດແກ້
ແລະມັນເປັນຮັກຄັ້ງແລກ ທີ່ເຮັດໃຫ້ຂ້ອຍມີບາດແຜ
ເພາະເປັນຮັກທີ່ຈຳເປັນຕ້ອງຈາກເຖິງວ່າໃນໃຈບໍ່ຢາກແຍກ
ແລະມັນເຮັດໃຫ້ດອກໄມ້ຕົ້ນນີ້ ບໍ່ສາມາດເຕີບໂຕຂຶ້ນໄດ້
ເພາະມັນໄດ້ຂາດແສງ