ຕໍ່ໃຫ້ຄືນນີ້

Lyrics: Phanomphet Malavong/Phetthavy Phavivongkone Music: Phanomphet Malavong/Phetthavy Phavivongkone ຕໍ່ໃຫ້ຄືນນີ້ທ້ອງຟ້າມັນໃສເທົ່າໃດ ພາຍໃນຄວາມຄິດຂອງເຈົ້າຄືໜີຈາກຂ້ອຍໃຫ້ ລະບໍ່ອາດລົບນ້ຳຕາທີ່ໄຫຼເມືອຂ້ອຍເສຍໃຈ ເຈົ້າເອງກໍ່ຕ້ອງເສຍໃຈ ຢ່າລືມ
ຍັງນັດພົບເຈົ້າໃນຝັນ ເຖິງແມ້ບາງພາບຈະເລືອນບາງ ຂ້ອຍຍັງຄົງເກັບຄວາມຊົງຈຳ ກ່ອນທີ່ລົດໄຟຈະເຄື່ອນລາງ ໃນຖະໜົນທີ່ເດີນ ອາດມີນ້ຳຕາມາເປື້ອນທາງ ເມັດນ້ຳຕາຍັງຄົງໄຫຼ ອາບທຸກເລື່ອງລາວມາເປື້ອນຄາງ
ພາຍຸແຫ່ງຄວາມເຈັບປວດ ມັນພັດເຂົ້າມາຈົນຫັກດິບ ໂຕເຂົາສະລັກຊື່ ແຕ່ໂຕຂ້ອຍນັ້ນສະລັກຈິດ ຍ້ອນກັບໄປຕອນຮູ້ຈັກ ແລ້ວຂ້ອຍຕວະເຈົ້າວ່າທັກຜຶດ ຂ້ອຍກໍ່ຍັງເປັນຄົນເດີມຄືເກົ່າ ເຖິງແມ້ໂຕຂ້ອຍຈະຫັນທິດ
ມັນກາຍເປັນເລື່ອງນ້ຳເນົ່າ ທັ້ງທີ່ເຮົາສອງນັ້ນເຄີຍປະທັບ ມາສົ່ງເຈົ້າຈົນສຸດສາຍ ກ່ອນທີ່ອ້ອມກອດຈະຖືກສະບັດ ເຮົາຢູ່ນຳກັນຈົນຈືດຈາງ ແມ້ມີຄຳຫວານຫຍອດທຸກລະດັບ ຄວາມສຸກເຈົ້ານັ້ນຄືທາງແຍກ ແມ້ວ່າໂຕຂ້ອຍນັ້ນສຸດຈະຮັກ
ຈະຊັງຂ້ອຍນັ້ນກໍ່ໄດ້ ຄວາມຜິດເປັນຂ້ອຍຄົນນີ້ເອງ ອາດີດທີ່ມັນບໍ່ອາດຈະຫວນ ເຖິງຂ້ອຍຈະຂຽນຈະກີ່ເພງ ຂ້ອຍຕິດໃນຫ້ວງເວລາ ເຖິງຂ້ອຍຈະຫຼິ້ນຈັກກີ່ເກມ ເຈົ້າຄົງຈະບໍ່ສະເທືອນຫຍັງດອກ ເພາະວ່າຄົນປອບເຈົ້າມີເຕັມ
ຕໍ່ໃຫ້ຄືນນີ້ທ້ອງຟ້າມັນໃສເທົ່າໃດ ພາຍໃນຄວາມຄິດຂອງເຈົ້າຄືໜີຈາກຂ້ອຍໃຫ້ ລະບໍ່ອາດລົບນ້ຳຕາທີ່ໄຫຼເມືອຂ້ອຍເສຍໃຈ ເຈົ້າເອງກໍ່ຕ້ອງເສຍໃຈ ຢ່າລືມ
ຜູ້ຊາຍທີ່ເຈົ້າໄດ້ຫວັງ ສຸດທ້າຍແລ້ວຄົງບໍ່ແມ່ນຂ້ອຍ ເຈົ້າບອກວ່າຢູ່ກັບເຂົາ ມັນດີກວ່າການເປັນແຟນຂ້ອຍ ຄວາມຮູ້ສຶກດີໆ ເຈົ້ານັ້ນໃຫ້ເຂົາມາແທນຂ້ອຍ ເຮົາຄົງມາກັນໄດ້ແຕ່ເທົ່ານີ້ ທັ້ງທີ່ເຄີຍວາງແຜນເຕັມຮ້ອຍ
ຢາກຈະຂອບໃຈ ທີ່ເຄີຍເຂົ້າມາເປັນສ່ວນໜຶ່ງ ມື້ທີ່ເຈົ້າບໍ່ຢູ່ ຂ້ອຍຈັດຢາສູບໄປມ້ວນໜຶ່ງ ພະຍາຍາມເກືອບຕາຍ ກໍເຈິເລື່ອງທີ່ຊວນອື້ງ ສຸດທ້າຍແລ້ວຂ້ອຍຕ້ອງຢ່າງອອກມາ ເຖິງໃຈຂ້ອຍຢາກຫວນຄືນ ເຈົ້າຄົງເບິ່ງຂ້ອຍເປັນສ່ວນອື່ນ