Lyrics: Bay6ix
Music: Bay6ix
*HOOK
ຈີບແທບຕາຍແຕ່ສຸດທ້າຍໄດ້ເປັນແຕ່ພຽງອ້າຍນ້ອງ
ອ້າຍນ້ອງ
ທຸມເທແທບຕາຍແຕ່ສຸດທ້າຍໄດ້ເປັນແຕ່ພຽງອ້າຍນ້ອງ
ອ້າຍນ້ອງ
*Verse1
Okay ເຈົ້າບອກວ່າເຈົ້າຍັງບໍ່ພ້ອມເທື່ອ
You say ເຈົ້າບອກວ່າຂ້ອຍນັ້ນມັນຫນ້າເບື່ອ
You say ເຈົ້າພະຍາຍາມຈະລົບຈະລີກ
ເຈົ້າເຮັດໃຫ້ຂ້ອຍນັ້ນຄິດແລະບໍ່ມີສິດທີ່ຈະລົມຕິດ yeah
ຖ້າເຈົ້າຕ້ອງການແບບນັ້ນຂ້ອຍຈະບໍ່ດຶງບໍ່ລັ້ງ
ປ່ອຍໃຫ້ ເຈົ້າໄດ້ໄປຕາມທາງທີໃຈເຈົ້າຫວັງ
ທີ່ຜ່ານມາຄືນນັ້ນຄິດສະວ່າມັນເປັນພຽງຝັນ
ເຈົ້າປ່ອຍໃຫ້ຂ້ອຍນັ້ນຕາຍໄປແລ້ວ
ເຈົ້າເຮັດແບບນີ້ ເຈົ້າຂ້າກັນແລ້ວ
ເຮົາຄວນຈະຢຸດເທົ່ານີ້ພໍແລ້ວ
ແລະຕໍ່ຈາກນີ້ຈະບໍ່ຂໍຫຍຸ້ງອີກແລ້ວ
ປ່ອຍໃຫ້ເຈົ້າຕາຍໄປ ເຈົ້າມັນບໍ່ມີຫົວໃຈ
ເຈົ້າເຮັດໃຫ້ຂ້ອຍເຊື່ອໃຈ ແລ້ວເຈົ້າໄປຄົບຄົນໃຫ່ມ
ຂ້ອຍລົມແທບເປັນແທບຕາຍ ເຈົ້າເອົາເຂົາມາຂ້າງກາຍ
ເຈົ້າເຮັດໃຫ້ຂ້ອຍ ເຈັບໃຈ
*Verse2
ເຈົ້ານັ້ນຕ້ອງການເປັນແຈ່ພຽງອ້າຍນ້ອງ
ແຕ່ຂ້ອຍບໍ່ຕ້ອງການ ໄດ້ເປັນພຽງຕົວສຳຮອງ
ໃຫ້ເຈົ້າຫມົດຫົວໃຈແຕ່ຂ້ອຍບໍ່ໄດ້ຄອບຄອງ
ຮັກຂອງສອງເຮົາມັນເຫມືອນຢູ່ໃນລະຄອນ yeah
Oh baby ເຈົ້າເປັນແບບນີ້ກັບທຸກຄົນ
ເຈົ້າເຮັດໃຫ້ Crazy ເຈົ້າເຮັດແບບນີ້ກັນໄດ້ລົງ
ຂ້ອຍມັນພຽງຄົນທຳມະດາ ເຈົ້ານັ້ນກໍເລີຍບໍ່ເຫັນຄ່າ
ເຈົ້າມີແຕ່ຄຳສົມນ້ຳໜ້າ ຮັກທີໃຫ້ໄປບໍ່ມີຄ່າເລີຍ
Oh baby ເຈົ້າຄົງຕ້ອງໄປ ຂ້ອຍຄົງຕ້ອງຍອມ
ຕ້ອງປ່ອຍເຈົ້າໄປ ຕ້ອງມີນ້ຳຕາ ຕ້ອງຍອມທຸກຢ່າງ
ແລະຂ້ອຍຕ້ອງຍອມທຸກທາງ...
ແລະສຸດທ້າຍ ຂ້ອຍຄົງຕ້ອງຢູ່ຄົນດຽວເຫມືອນເດີມ
ເພີ່ມເຕີມຫົວໃຈຂອງຂ້ອຍ ຍັງເຈັບຍັງຊ້ຳຢູ່ແບບນີ້
ເຈັບແບບນີ້...