Lyrics: HIA-BOB/MOR BIG-C
Music: HIA-BOB/MOR BIG-C
ມາເຖີງປັດຈຸບັນຂ້ອຍກຳລັງຈະເປັນໂລກປະສາດ
ຫລືວ່າມັນເປັນຍ້ອນຂ້ອຍມີຄວາມຄິດຮອດເກີນຄະຫນາດ
ຈົນເປັນພາບສະທ້ອນ ໄປຕອນທີ່ສອງເຮົາເດີນຕະຫລາດ
ຢາກບອກເຈົ້າວ່າ i miss ແຕ່ຕອນນນີ້ຫນ່າຍຈິດ ເພາະຕ້ອງຕິດວິກິດໂລກລະບາດ
ບໍ່ຮູ້ເດີນຕໍ່ໄປ ມັນບໍ່ຕໍ່ໃຈ ເຫັນພຽງພາບເຈົ້າວົກວົນ
ຄິດຮອດວັນວານວານ ແຕ່ຄົງອິກຍາວນານ ບອກໂຕເອງຕ້ອງອົດທົນ
ບາງຢາງມັນອາດຍາກ ແລະບາງຢ່າງອາດງ່າຍ ມັນກາແລ້ວບຸກຄົນ
ເລີຍຂຽນrapນີ້ອອກມາ ເພື່ອລະບາຍ ບາງທີ່ເລື້ອງຮ້າຍໆ ພວກນີ້ມັນຈະຈົບລົງ
*ຄິດຮອດຢູ່ທຸກວັນ ຕິດພັນກັບຄວາມຝັນ
ທຸກມື້ຂ້ອຍກາເຫັນເຈົ້າໃນຄວາມຝັນ ເຮັດໃຫ້ຍ້ອນຄິດໄປໄກເຖີງຄວາມຫລັງ
ຈາກນີ້ຄົງໄດ້ພຽງຄ່ອຍຖ້າເວລາທີ່ເຮົາໄດ້ຄວງກັນ
ຄິດຮອດຢູ່ທຸກຄືນ ຝັນເຫັນເປັນຫນ້າເຈົ້າ
ແຕ່ລະມື້ຂ້ອຍກາຝັນເຫັນແຕ່ຫນ້າເຈົ້າ ພໍເວລາໄດ້ເຈິກາຈົນບໍ່ກ້າເວົ້າ
ບອກຄີດຮອດຊ້ຳໆຂ້ອຍເອງກາຢ້ານເຈົ້າຟັງລະວ່າມັນນ້ຳເນົ້າ*
**Covid 19 ອັນຕະລາຍກວ່າທີ່ເຈົ້າຄິດ ຂໍໃຫ້ໂຕເຈົ້ານັ້ນຢູ່ແຕ່ໃນເຮືອນ
Covid 19 ເຈົ້າກໍຮູ້ບໍ່ແມ່ນເລື່ອງຫລິ້ນ ງົດການອອກໄປໂດຍທີ່ບໍ່ຈຳເປັນ**
ກັກໂຕຢູ່ເຮືອນເປັນເດືອນໂຕອ້າຍກໍຍັງຄົງຄິດເຖິງ
ບໍ່ວ່າດົນນານປານໃດໂຕອ້າຍກໍຍັງຈະຄິດເຖິງ
ນັບວັນເວລາທຸກວັນ ພະຍາຍາມຢຸດຄິດໃນຕອນທີ່ເຮົານັ້ນນອນເບິ່ງຫນັງດ້ວຍກັນ
ກໍໂຕອ້າຍນັ້ນຄິດຮອດຢູ່ທຸກວັນ ທຸກນາທີ ວິນາທີ ຈັນອັງຄັນ ພຸດພະຫັດ ທຸກວັນສຸກ ເສົາອາທິດ yeah
ຢາກກອດຢາກຫອມໂຕອ້າຍກໍຄົງຕ້ອງຄ່ອຍ ຄິດຮອດກິ່ນກາຍ ແລະ ແກ້ມຂອງເຈົ້າທີ່ອ້າຍເຄີຍກັດບໍ່ປ່ອຍ
(* **)
(* *)