Lyrics: Phanompet maravong/Bank Pengboupha/Thop Suphabmeezi
Music: Phanompet maravong
Hook(lil thop)
ເຈົ້າໜ້າຮັກເຮັດຂ້ອຍລະລາຍ
Baby girl ເຈົ້າບໍ່ຕ້ອງອາຍ
ຍິ້ມມາເຈິໂລກເກືອບສະລາຍ
ຕອນເຈົ້າແນມມາຫົວໃຈຊິວາຍເລີຍx2
(Lil ttk)
ເຈົ້າແນມມາດ້ວຍສອງຕາ
ພ້ອມກັບຢ່າງມາດ້ວຍສອງຂາ
ຢາກຈະຮູ້ວ່າໃຈຂອງເຈົ້າມັນມີໃຜຈັກຄົນລະ
ຢາກຈະເຂົ້າໄປທັກແຕ່ສຸດທ້າຍເຈົ້າຄົງບໍ່ມັກ
ນີ້ເປັນສິ່ງທີ່ຂ້ອຍຄິດກ່ອນນະ ຫຼືວ່າມັນແນ່ນອນລະ
ຂ້ອຍນັ່ງຄິດທົບທວນຄືນຫຼັງ
ພາບເກົ່າໆຍ້ອນຂຶ້ນມາວ່າເປັນຫຍັງຂ້ອຍຈຶ່ງບໍ່ກ້າ
ໄດ້ແຕ່ພາວັນນາໃຫ້ເຮົາສອງ ນັ້ນມາເຈິະກັນ
ຖ້າເຈົ້າມາກັບເຂົາຂ້ອຍກະຄິດວ່າມັນເປັນພຽງຝັນ
ເປັນເພາະຮອຍຍິ້ມຫຼືເປັນຍ້ອນໃຈກະບໍ່ຮູ້
ຢາກມີເຈົ້າຢູ່ຂ້າງໃຈເອົາໄວ້ກອດຕອນ I miss you
ແລະຂ້ອຍຈະບໍ່ຮັກຮູ້ຫຍັງທັງນັ້ນ
ໃນເມື່ອຫົວໃຈດວງນີ້ມັນຮັກອັນໃດ
ມັນກໍ່ຮັກອັນນັ້ນ
ຢາກເຂົ້າໄປທັກທາຍ
What do you do want why
ມີໃຫ້ເຈົ້າໄປທັງໃຈ
ບໍ່ມີດອກວ່າຫຼາຍໃຈ
ຂ້ອຍຈະບໍ່ຍອມເປັນຄົນທີ່ແພ້
ແມ້ແຕ່ຟັງສຽງກະຮູ້ຢູ່ແລ້ວ
ວ່າເຈົ້າໜ້າຮັກແທ້
Hook(lil thop)
ເຈົ້າໜ້າຮັກເຮັດຂ້ອຍລະລາຍ
Baby girl ເຈົ້າບໍ່ຕ້ອງອາຍ
ຍິ້ມມາເຈິໂລກເກືອບສະລາຍ
ຕອນເຈົ້າແນມມາຫົວໃຈຊິວາຍເລີຍx2
(Lil roxz)
ຂ້ອຍສູບຄວັນຈົນເຕັມປອດ
ລະບາຍອອກກໍ່ເຫັນແຕ່ເຈົ້າ
ຂ້ອຍກົດໃຈໃຫ້ເຈົ້າຕະຫຼອດ
ເຖິງເຈົ້າບໍ່ບອກແລະກໍ່ບໍ່ເວົ້າ
ຢາກຈະພາເຈົ້າໄປຫຼິ້ນຕາດແກ້ວ
ໄປແຕ່ສອງຄົນ ບໍ່ມີໃຜລະກະແລ້ວ
ເບິ່ງນ້ຳຕົກກະທົບດິນກັນສອງຄົນ
ຕອນຄຳມາເຮົາເບິ່ງດາວຫຼາຍໆວົງ
ຝິ່ງໄຟກາງເຕັ້ນປິ້ງລູກຊີ້ນບໍ່ມີຜັກ
ແຕ່ເຈົ້ານັ້ນກິນບໍ່ໄດ້ ເພາະເຈົ້າເປັນມັງສະວິລັສ
ແລະຕອນເຊົ້າ ເຮົາກະເບິ່ງພະອາທິດຂຶ້ນ
ໄປຮັບແສງສະຫວ່າງ ເຮັດໃຫ້ຮ່າງກາຍຊົດຊື່ນ
ເບິ່ງປາຢູ່ຕາມ ແຄມໜອງແຄມບຶງ
ບັນທຶກເວລາວິເສດ ລົງໄວ້ໃນປຶ້ມຫົວໜຶ່ງ
ຂ້ອຍນະບອກຮັກເຈົ້າໄດ້ມື້ລະພັນໆຄຳ
ບໍ່ຕ້ອງຖາມເລີຍ ຖ້າເກີດວ່າເຮົາໄດ້ຮັກກັນ
ເວົ້າໝົດແລ້ວເຮົາກໍ່ເບິ່ງດາວຕໍ່
ແລະເຈົ້າບໍ່ຕ້ອງເຂີນ ຄືນນີ້ມັນມີແຕ່ເຮົາກໍ່ພໍ
Hook(lil thop)
ເຈົ້າໜ້າຮັກເຮັດຂ້ອຍລະລາຍ
Baby girl ເຈົ້າບໍ່ຕ້ອງອາຍ
ຍິ້ມມາເຈິໂລກເກືອບສະລາຍ
ຕອນເຈົ້າແນມມາຫົວໃຈຊິວາຍເລີຍx2