Lyrics: Anouvong Laoly
Music: Anouvong Laoly
- เนื้อเพลง:
ຈື່ໄດ້ບໍ່ JUE DAI BOR
Verse 1:
ທຸກຫົກໂມງເຊົ້າພະຍາຍາມຈະຕື່ນ
ທັງທີ່ມື້ຄືນເກືອບບໍ່ໄດ້ຫຼັບ
ນັ່ງເຮັດຝັນຕອນທີ່ຄົນອື່ນ
ໄປ party ບ້ານບໍ່ໄດ້ກັບ
ເພາະມັນບໍ່ຢາກຈະຄືຄົນອື່ນ
ມັນຢາກຖືເງິນລ້ານນັ້ນເອົາໄວ້ຈັບ
ບັກເດັກນ້ອຍຄົນນັ້ນເຈົ້າຄົງບໍ່ຈື່
ເພາະມັນເປັນຄົນດຽວກັນກັບທີ່ເຈົ້າບໍ່ຮັກ
ເຂົາອາດຈະດີກວ່າຂ້ອຍທຸກຢ່າງ
ເພາະທາງທີ່ຂ້ອຍຍ່າງນັ້ນມັນນ້ຳເນົ່າ
ເເນ່ນອນເເລະເຈົ້າຄົງເລືອກຄວາມໝັ້ນຄົງ
ເຈົ້າເລີຍເລືອກຄົນເກົ່າ
ບໍ່ຜິດດອກທີ່ເຈົ້າເລືອກເອົາຄວາມສະບາຍ
ຜູ້ຊາຍເເບບຂ້ອຍມັນເປື້ອນເຖົ່າ
ຄົນງາມເເບບເຈົ້າບໍ່ຄວນເປື້ອນຕົມ
ເຮົາເລີຍຈົບລົງກາຍເປັນເລື່ອງເລົ່າ
ເກັບເລື່ອງລາວຂອງເຮົາເອົາໄວ້
ບໍ່ຕ້ອງໄປຖາມຫາມັນອີກ
ຂ້ອຍປ່ຽນເເປງ ເເລະ ມື້ນີ້ປ່ຽນໄປ
ເປັນຜູ້ໃຫຍ່ຂຶ້ນຂ້ອຍບໍ່ຖາມຫາອະດີດ
I'm a man now with the crown on
While she belongs to the street
ເເຕ່ກີ້ເຮົາໃຊ້ຊີວິດກັນຜ່ານອາລົມ
ເເຕ່ວ່າຄວາມຂົມມັນສອນຂ້ອຍມີສະຕິ
ຂ້ອຍບໍ່ລຸ້ມຫຼົງເລື່ອງຄວາມງາມ
ເພາະວ່າສຸດທ້າຍມັນເປັນພຽງກາຍຫຍາບ
ຜູ້ຊາຍຢ່າມາອວດເລື່ອງຄວາມເຈົ້າຊູ້
ເພາະວ່າຄວາມໂລບມັນເປັນພຽງກາຍຢາກ
ໂລກມັນສອນໃຫ້ຂ້ອຍຮູ້ງ່າ
ດ້ານໄດ້ເເຕ່ຢ່າສຸອາຍປາກ
ເເລະຂ້ອຍຈື່ໄດ້ວ່າມື້ທີ່ຂ້ອຍສຳເລັດ
ເຈົ້າບໍ່ໄດ້ສົນຮອດຊື່ຂ້ອຍເຈົ້າໝາຍຂາດ
Hook:
ເຈົ້າຈື່ໄດ້ບໍ່ ເຈົ້າຄົງບໍ່ໄດ້ຈື່
ວ່າເຈົ້າມາຫຼິ້ນ ມາຢອກ ກັບໃຈຂ້ອຍໄປຊື່ໆ
ເຈົ້າຈື່ໄດ້ບໍ່ ເຈົ້າຄົງບໍ່ໄດ້ຈື່
ວ່າເຈົ້າມາປ່ຽນຄົນໜຶ່ງໃຫ້ກາຍເປັນຄົນຊື່ໆ
ເຈົ້າຈື່ໄດ້ບໍ່ ເຈົ້າຄົງບໍ່ໄດ້ຈື່
ເວລາທີ່ຜ່ານໄປ ເຈົ້າບໍ່ໄດ້ຖາມຮອດຊື່
ເຈົ້າຈື່ໄດ້ບໍ່ ເເນ່ນອນເຈົ້າບໍ່ຈື່
ເພາະເຈົ້າຖິ້ມຂ້ອຍໄວ້ ໂດຍທີ່ບໍ່ໄດ້ສື່
Verse 2:
ເເລະ ຂ້ອຍຂອບໃຈທີ່ເຈົ້າອອກໄປ
ເຖິງມື້ນັ້ນເຈົ້າບໍ່ໄດ້ບອກ
ເເຕ່ມັນເຮັດໃຫ້ ຂ້ອຍຮັກສາໄວ້
ເຊິ່ງຜູ້ຍິງຄົນໜຶ່ງ ມາຕະຫຼອດ
ມັນສິມີ prize ໃດ ທີ່ສາມາດ pride ໄດ້
I got one queen to be proud of
ຄວາມຮັກມັນສອນໃຫ້ຂ້ອຍເຕີບໃຫຍ່
ເເລະມັນເພາະຂ້ອຍເອງ ບໍ່ເເມ່ນເຈົ້າດອກ
ຂ້ອຍເລີຍບໍ່ເຮັດອີ່ຫຍັງເພື່ອໃຜ
ເເລ້ວກະລອງໝັ້ນໃຈຕົວເອງ
ຄິດຍ້ອນກັບໄປໃນມື້ທຳອິດ
ຂ້ອຍຍັງຈື່ໄດ້ທີ່ເຂົາວ່າຂ້ອຍບໍ່ເຕັມ
I've been making rhyme
like I was spittin' shit,
but I knew that rap
was really ma friend
Now I'm doing this
until the very end
Then I inspire
More than half the Gen-Z
ທຸກມື້ນີ້ມີຄົນເຂົາມາເຄົາລົບ
ເຖິງວ່າໜຶ່ງໃນນັ້ນມັນບໍ່ເເມ່ນເຈົ້າດອກ
ຂ້ອຍຈື່ໄດ້ດີມື້ທີ່ເຈົ້າບອກໃຫ້ລົບ (ເພງ)
ຄວາມຮູ້ສຶກທີ່ມີໃຫ້ເຈົ້າອອກ
ເເລະ ມັນກະໜ້າຕະລົກ
ທີ່ຂ້ອຍເລືອກຈະຈົມກັບຄຳເວົ້າຂອງເຈົ້າ
ເຈົ້າບໍ່ຈຳເປັນຕ້ອງຈື່ເລື່ອງທີ່ເວົ້າດອກ
ເພາະວ່າຄົນທີ່ຈື່ມັນບໍ່ໄດ້ເວົ້າ
Outro:
Yo! ຂ້ອຍຍັງຈື່ໄດ້ເລີຍໃດ໋
ວ່າຂ້ອຍພະຍາຍາມມາຕັ້ງເເຕ່ມື້ທຳອິດນິນະ
ມັນເພື່ອຫຍັງ
ເເຕ່ການເວລາມັນປ່ຽນໄປ ຄົນກະປ່ຽນ
ຂ້ອຍບໍ່ໄດ້ສົນເເລ້ວວ່າທີ່ເຮັດນິ ມັນເພື່ອໃຜ
ເພາະຄຳຕອບມັນບອກຂ້ອຍຢູ່ເເລ້ວ
ວ່າທີ່ຜ່ານມາຂ້ອຍໃຫຍ່ຂຶ້ນສຳ່ໃດ
ເຈົ້າຈື່ໄດ້ບໍ່ ເຈົ້າຄົງບໍ່ໄດ້ຈື່
ວ່າເຈົ້າມາຫຼິ້ນ ມາຢອກ ກັບໃຈຂ້ອຍໄປຊື່ໆ
ເຈົ້າຈື່ໄດ້ບໍ່ ເຈົ້າຄົງບໍ່ໄດ້ຈື່
ວ່າເຈົ້າມາປ່ຽນຄົນໜຶ່ງໃຫ້ກາຍເປັນຄົນຊື່ໆ
ເຈົ້າຈື່ໄດ້ບໍ່ ເຈົ້າຄົງບໍ່ໄດ້ຈື່
ເວລາທີ່ຜ່ານໄປ ເຈົ້າບໍ່ໄດ້ຖາມຮອດຊື່
ເຈົ້າຈື່ໄດ້ບໍ່ ເເນ່ນອນເຈົ້າບໍ່ຈື່
ເພາະເຈົ້າຖິ້ມຂ້ອຍໄວ້ ໂດຍທີ່ບໍ່ໄດ້ສື່
ເຈົ້າຈື່ໄດ້ບໍ່ ເຈົ້າຄົງບໍ່ໄດ້ຈື່
ວ່າເຈົ້າມາຫຼິ້ນ ມາຢອກ ກັບໃຈຂ້ອຍໄປຊື່ໆ ນິ
ເຈົ້າຈື່ໄດ້ບໍ່ ເຈົ້າຄົງບໍ່ໄດ້ຈື່
ວ່າເຈົ້າມາປ່ຽນຄົນໜຶ່ງໃຫ້ກາຍເປັນຄົນຊື່ໆ
ເຈົ້າຈື່ໄດ້ບໍ່ ເຈົ້າຄົງບໍ່ໄດ້ຈື່
ເວລາທີ່ຜ່ານໄປ ເຈົ້າບໍ່ໄດ້ຖາມຮອດຊື່
ເຈົ້າຈື່ໄດ້ບໍ່ ເເນ່ນອນເຈົ້າບໍ່ຈື່
ເພາະເຈົ້າຖິ້ມຂ້ອຍໄວ້ ໂດຍທີ່ບໍ່ໄດ້ສື່