Lyrics: SOPHANA Music: SOPHANA ເປັນດັ່ງລິຂິດສະຫວັນໃຫ້ມາພົບຄົນງາມ ບໍ່ເຄີຍຈະຄິດຈະຝັນ ວ່າຈະໄດ້ສົບຕາ ຈາກວັນນັ້ນຈົນເຖິງວັນນີ້ກໍ່ຫຼາຍປີ ໄດ້ຮຽນຮູ້ເລື່ອງລາວຫຼາກຫຼາຍທັງຮ້າຍດີ ຜິດກໍ່ແກ້ໄຂ ຢ່າເອົາແຕ່ໃຈ ຄວາມຮັກມີດີແລະຮ້າຍເປັນທຳມະດາ ມີເຈົ້າໂຕນ້ອຍໆ ຄອຍເປັນກຳລັງໃຈ ບໍ່ວ່າຈະດີຫຼືຮ້າຍຈະບໍ່ຖິ້ມກັນ ຂໍສັນຍາ ຈະຮັກເຈົ້າຈົນແກ່ຊະລາ ຂໍສັນຍາດ້ວຍກຽດຜູ້ຊາຍ ຈະຮັກເຈົ້າກັບລູກຫຼາຍໆ ໃຫ້ພໍ່ແມ່ນ້ອງຈົ່ງສະບາຍດີ ແມ່ຂອງລູກກໍ່ໜ້າຮັກຫຼາຍ ມີລູກຊາຍກໍ່ໜ້າຮັກດີ ຢາກມີລູກໜ້າຮັກແບບນີ້ ຖ້າຈະໃຫ້ດີຕ້ອງມີສີ່ຄົນ ນ້ອງເອງກໍ່ດີໃຈ ພໍ່ແມ່ກໍາພູມໃຈ ແຖມຍັງມີລູກຊາຍ ຕາຮັກຕາແພງຂະໜາດນີ້ ຝັນຢາກມີຄອບຄົວ ສ້າງຕົວໄປດ້ວຍກັນ ຕອນນີ້ບໍ່ເປັນພຽງຝັນ ເພາະມັນໄດ້ກາຍເປັນຈິງໄປແລ້ວ ຈະຮັກຈະພັກດີ ຈະຮັກຊົ່ວຊີວີ ຮັກພໍ່ຂອງລູກຄົນນີ້ນ້ອງຈະບໍ່ມີວັນປ່ຽນ ມີເຈົ້າໂຕນ້ອຍໆ ຄອຍເປັນກຳລັງໃຈ ບໍ່ວ່າຈະດີຫຼືຮ້າຍຈະບໍ່ຖິ້ມກັນ ຂໍສັນຍາ ຈະຮັກເຈົ້າຈົນແກ່ຊະລາ ຂໍສັນຍາດ້ວຍກຽດຜູ້ຊາຍ ຈະຮັກເຈົ້າກັບລູກຫຼາຍໆ ໃຫ້ພໍ່ແມ່ນ້ອງຈົ່ງສະບາຍດີ ແມ່ຂອງລູກກໍ່ໜ້າຮັກຫຼາຍ ມີລູກຊາຍກໍ່ໜ້າຮັກດີ ຢາກມີລູກໜ້າຮັກແບບນີ້ ຖ້າຈະໃຫ້ດີຕ້ອງມີສີ່ຄົນ Youd: ອ້າຍນັ້ນຢາກໄດ້ລູກສາວ ນ້ອງນັ້ນຢາກໄດ້ລູກຊາຍ ສອງເຮົາຕົກລົງກັນ ເຮົາຕົກລົງປົງໃຈຈະແຕ່ງງານເປັນຄອບຄົວ ແມ່ບອກຢາກອຸ້ມຫຼານ ຊາວບ້ານກໍ່ອວຍພອນ ວ່າໃຫ້ມີລູກເຕັມບ້ານ ໃຫ້ມີຫຼານເຕັມເມືອງ ຈະເປັນລູກຊາຍ ລູກສາວກໍ່ດີ ພຽງເປັນຄົນດີເທົ່ານີ້ກໍ່ພໍ ເຈົ້າຄືດວງໃຈຂອງແມ່ແລະພໍ່ ຂໍໃຫ້ລູກພໍ່ຈົ່ງເປັນຄົນດີ