Lyrics: ANOUVONG LAOLI
Music: ANOUVONG LAOLI
ໂຄດງ່າຍທີ່ຈະເຈັບ
ໂຄດງ່າຍທີ່ຈະເສຍນຳ້ຕາ
ໂຄດງ່າຍທີ່ເຮົາຈະຝືນ
ທັງທີ່ຮູ້ວ່າຈະບໍ່ດີຂຶ້ນມາ
ໂຄດງ່າຍທີ່ໂທໄປຕື້
ທັ້ງທີ່ເຈົ້າບໍ່ຢາກໃຫ້ຢື້
ໂຄດງ່າຍທີ່ຈະຕື່ນtຈາກຝັນ
ເເຕ່ທຸກຢ່າງໃນນັ້ນຂ້ອຍຍຫງບໍ່ຢາກລືມ
Verse 1
ໂຄດງ່າຍທີ່ຈະຮັກ ພຽງເເຕ່ມັກທຳຄວາມຮູ້ຈັກກັນ
ໂຄດງ່າຍທີ່ເຮົາຈະເຈັບ ພຽງເຈົ້າເຮັດເປັນບໍ່ຮູ້ຈັກກັນ
ໂຄດງ່າຍທີ່ເຮົາຈະເບື່ອ ໃນເມື່ອທີ່ເຈົ້າເຮົາເຊົາຮັກກັນ
ເເລ່ນໜີໃນຍາມທີ່ຂັບຊັນ ຮັກນີ້ສ່າງບໍ່ຮູ້ຈັກຫຍັງ
ຕົກຂຸມຮັກໂຄດງ່າຍ ເພາະທາງກັບບ້ານບໍ່ໄດ້ເເປງ
ບາງເທື່ອການຮັກຄົນໜຶ່ງກໍງ່າຍ ທັງທີ່ບໍ່ໄດ້ຮຽນການສະເເດງ
ລືມຄົນໜຶ່ງກໍງ່າຍເຊັ່ນກັນ ພຽງເເຕ່ອີກຄົນເຮັດດີມາເເທນ
ເເຕ່ຄວາມຮັກບໍ່ມີເມດຕາ ບໍ່ມີໜ້າຕາ ເເລະ ບໍ່ມີຫຍັງເເທ້
ໂຄດງ່າຍທີ່ຈະອອກໄປເດດນັ່ງກິນເຂົ້ານຳກັນ
Post story ນັ່ງຫຼິ້ນເເຕ່ໃຈມັນນັ່ງເສົ້າ
ໂຄດງ່າຍທີ່ຈະເຮັດມື້ວານໃຫ້ຄືເກົ່າ
ເໝືອນເດີມທຸກຢ່າງເເຕ່ບໍ່ມີຫຍັງຄືເກົ່າ
ໂຄດງ່າຍທີ່ຈະເຈິກັນທີ່ປະຕູທາງເຂົ້າ
ເເຕ່ລາວບໍ່ໄດ້ເຂົ້າໃຈໃນຫົວໃຈທີ່ວ່າງເປົ່າ
ໂຄດງ່າຍຈງທີ່ຈະຍິ້ມ happy ຕອນເຈິເຈົ້າ
ເເຕ່ບອກບໍ່ໄດ້ວ່າເເຜນີ້ຈະເຊົາ
ໂຄດງ່າຍທີ່ຈະເກັບເຈົ້າເອົາໄວ້ຢູ່ໃນນີ້
ງ່າຍຄືກັນທີ່ຂ້ອຍຈະລືມເເຕ່ຫົວໃຈເອີຍບໍ່ເຄີຍພັກດີ
ງ່າຍຄືກັນທີ່ຂ້ອຍຈະຈຳທັງທີ່ສະໝອງສັ່ງບໍ່ໃຫ້ຈື່
ໂຄດງ່າຍທີ່ຈະໃຫ້ເຈົ້າໄປ ເເຕ່ບໍ່ເເມ່ນໃຫ້ໄປກັບຄົນອື່ນເພາະ
Verse 2
ເຈົ້າບອກວ່າຂ້ອຍ ໂຄດງ່າຍ
ອະ ອະ ໂຄດງ່າຍ
ເເຕ່ເຈົ້າກະຄິດຮອດ ໂຄດງ່າຍ
ອ່ະ ອ່ະ ໂຄດງ່າຍ
ລະຂ້ອຍກະ call ເເຕ່ມັນທໍ້
ເພາະ ເຈົ້າບອກວ່າຢ່າໂທ
ສຸດທ້າຍໃຈເຈົ້າກະຂອງປອມ
ເພາະເຈົ້າຮັກຂ້ອຍເເຕ່ສອງຊົ່ວໂມງ
ເຈົ້າເປີດດ້ວຍ ໜີຫາວ ປິດທ້າຍດ້ວຍໜີຫາຍ
ເເຕ່ໃນຕອນສຸດທ້າຍ ເຈົ້າໜີໄປ
ຖິ້ມຄຳຖາມເອົາໄວ້ໃຫ້ຂ້ອຍສົງໄສ
ວ່າເຮົາຮັກກັນເເທ້ ຫຼື ພຽງເເຕ່ຫຼົງໄຫຼ
ບາງເທື່ອຮູ້ສຶກມັກເພາະເຮົາຢູ່ໃກ້ກັນ
ອາລົມມັນຄາດການບໍ່ໄດ້
ເຈົ້າຄົງຄິດພຽງເເຕ່ຫຼອກໃຊ້
ບໍ່ຄິດຈະເອົາໃຈມາໄວ້ເພາະເຈົ້າວ່າຂ້ອຍໂຄດງ່າຍ
ຮັກກະໂຄດງ່າຍ ລືມກະໂຄດງ່າຍ
ເຈັບເທົ່ານີ້ມັນຄົງບໍ່ເຖິງຕາຍດອກ
ດຽວເຈົ້າຈະໄປກ່ອນ
ຖິ້ມຂ້ອຍໄວ້ຢູ່ນີ້ກັບໃຈທີ່ມັນສະຫຼາຍ