ຖຽງນານ້ອຍຄອຍຊາຍ

Lyrics: Jingsamai Phommavanh Music: Jingsamai Phommavanh ນ້ອງຄົນນີ້ຍັງຄົງຖ້າອ້າຍຢູ່ບ່ອນນີ້ ທີ່ຖຽງນານ້ອຍ ບ່ອນອ້າຍບອກໃຫ້ຄອຍ 3 ປີ ລະຊິຄືນກັບຕ່າວ ຫຼົງໄຟແສງສີລະບໍ່ມີຮອດຂ່າວ ນ້ອງຍັງລະເມີນອນຫນາວ ຫນຶ່ງໃນໃຈນ້ອງ ມີພຽງແຕ່ອ້າຍບ່າວ
ນັ່ງຄອຍຊາຍຍາມແລງ ຕອນທີ່ແສງຈະລັບຕາ ນ້ອງກອດຄີງເນັບຫນາວ ຕອນແສງດາວມັນສ່ອງມາ ຍັງຈຳຄຳສັນຍາອ້າຍບອກຈະມີແຕ່ເຮົາສອງ ຕອນນີ້ມັນເກີດຫຍັງນໍ ຮັກຂອງເຮົາຈັ່ງມົ່ນໝອງ ຜ່ານເນີນນານເປັນປີບໍ່ມີແມ້ຈົດໝາຍ ຍັງຮັກອ້າຍຄົນດີ ແລະ ຊິຮັກໄປຈົນຕາຍ ຖຽງນາຍັງຖ້າຄອຍໃຫ້ຊາຍນັ້ນກັບມາ ຢ່າປ່ອຍໃຫ້ກິນນ້ຳຕາ ຈົນມື້ທີ່ນາງນັ້ນຂາດໃຈ **Hook On the track hurt on trap ເຈົ້າຈະມີຄົນໃໝ່ມັນກະບໍ່ໄດ້ແປກ I think I have a heart attack You leave me it's alright ບັງຄັບໂຕເອງໃຫ້ທຳໃຈ ເຖິງແມ້ວ່າມັນຈະຍາກເທົ່າໃດ ສຸດທ້າຍຄືຂ້ອຍຕ້ອງປ່ອຍໃຫ້ເຈົ້າໄປ ຖ້າເຈົ້າ ຂ້ອຍກໍຖ້າເຈົ້າມາຕັ້ງດົນ ສຸດທ້າຍເຈົ້າກໍບໍ່ກັບມາ ເຫລືອເອົາໄວ້ພຽງນ້ຳຕາ ລືມ ເຈົ້າລືມຫມົດແລ້ວນໍຄວາມຫລັງ ຄວາມຝັນທີ່ຝາກໄວ້ເຈົ້າພັງມັນ ໃຈນີ້ມັນຕ້ອງເຈັບເມື່ອຮູ້ວ່າເຈົ້າຕ້ອງເປັນອື່ນ ແຕ່ໃຈມັນຍັງບໍ່ເຂັດ ຍັງຄົງລໍຖ້າຢ່າງຂົມຂື່ນ ຍັງຈຳທຸກຄຳສັນຍາທີເຈົ້ສບອກຂ້ອຍຢູ່ທັງຄືນ ມັນຜິດທີ່ຂ້ອຍເອງທີ່ຢູ່ກັບຝັນບໍ່ຍອມຕື່ນ