ດົນເທົ່າໃດ?

Lyrics: Phanompet maravong/phituk vunnosin/Pipo Music: Phanompet maravong ດົນເທົ່າໃດ ທີ່ເຮົາບໍ່ໄດ້ພົບກັນ ແລະຕ້ອງດົນເທົ່າໃດ ທີ່ຂ້ອຍຈະໄດ້ພົບເຈົ້າ ຖ້າຍັງອີກບໍ່ໄກ ຄວາມຊົງຈຳບໍ່ຈາງຫາຍ ເຈົ້າເຄີຍເປັນຄົນຂອງໃຈ ທີ່ເຮັດໃຫ້ຂ້ອຍສົດໃສ
Lil roxz
ທັງທີ່ຜ່ານຫຍັງນຳກັນມາ ຈົນຮອດສຸດປາຍທາງຝັນ ສຸດທ້າຍເຮົາບໍ່ໄດ້ຄູ່ກັນ ໃນເມືອສຸດພາຍຂ້າງຫຼັງ ປາກບອກຢາກປ່ອຍເຈົ້າໄປ ທັ້ງທີ່ໃນໃຈຍັງຢາກລັ້ງ ຂຽນເລື່ອງການເດີນທາງຂອງເຮົາ ເອົາໄວ້ໃຫ້ເຜື່ອເຈົ້າຢາກຟັງ
ຂອບໃຈເຈົ້າເມື່ອຄັ້ງໜຶ່ງ ເຄີຍມາເປັນເພື່ອຮ່ວມທາງ ບົນຖະໜົນເສັ້ນ1 ທີ່ບໍ່ສາມາດຈະຫວນມາ ຍັງຄົງຖ້າທາງເດີ່ມ ທີ່ເຈົ້າກັບຂ້ອຍເຄີນສວນກັນ ເກັບຫົວໃຈບາງໆ ທີ່ວ່າຂ້ອຍຕ້ອງສະຫງວນມັນ
ຄິດຮອດຕອນທີ່ເຮົາຂຶ້ນໄປຢູ່ລົດ ຕອນເຮົາຮ້ອງເພງທີ່ເຈົ້າມັກໄປຈົນໝົດ ເຫັນຕອນເຈົ້າຫລັບລະຫວ່າງທາງທີ່ບັດຊົບ ລົມເລື່ອງຕ່າງທີ່ເຈົ້າຄິດວ່າຕະຫຼົກ ເບິ່ງອ້ອມຂ້າງທີ່ຂັ້ນກາງດ້ວຍກະຈົກ
ຕ້ອງໃຊ້ເວລາເທົ່າໃດ ໃຈຂ້ອຍມັນຈຶ່ງຈະລືມເຈົ້າ ຢາກບອກກ່ອນທີ່ຈະສາຍໄປ ແຕ່ວ່າຂ້ອຍມັນກັບລືມເວົ້າ ຈັດເອວກໍຮໍມາຍ້ອມໃຈ ໃຈມື້ພະຈັນຄືນເຫງົາ
24pp
ຂ້ອຍສິຮັກເຈົ້າ ບໍ່ມີປ່ຽນຜັນ ເກີດຫຍັງຂື້ນກາຢ່າໄດ້ໂປດຢ່າປ່ອຍມື້ກັນ ໃນຄຳຄືນນີ້ ຄືນທີ່ສຸກສັນ ມັນຄືສິພິເສດຖ້າຫາກໄດ້ຢືນຄູ່ຈັນ
ໃຫ້ດາວນັບລ້ານເປັນພະຍານສັກຂີ ຂ້ອຍສິຮັກແຕ່ເຈົ້າດ້ວຍກຽດສັກສີ ແມ້ວ່າເສັ້ນທາງສິໄກເປັນໝື່ນລີ້ ເຈົ້ານັ້ນງາມທີ່ສຸດ ເຈົ້າຄົງສິຮູ້ຢູ່ຕີ້
ເຈົ້າປຽບດັ່ງເໝືອນດອກໄມ້ໃນແຈກັນ ຂ້ອຍພາຍາຍາມຮັກສາເພື່ອບໍ່ໃຫ້ມັນແຕກ ແຕ່ສຸດທ້າຍເຮົາຄົງຕ້ອງລາກັນ ກົດທີ່ເຄີຍຕັ້ງໄວ້ເຈົ້ານັ້ນເປັນຄົນແຫກ
ແປກໃຈທີ່ສອງເຮົານັ້ນບໍ່ໄດ້ລົມກັນ ທັງທີ່ຂ້ອຍຮັກທີ່ສຸດເເຕ່ເຈົ້າກັບເລືອກມັນ ໃຫ້ຍ້ອນກັບໄປມັນກາຄົງບໍ່ທັນ ເສັ້ນທາງທີ່ຂ້ອຍເລືອກມັນຄົງມາຮອດທາງຕັນ