ໜຶ່ງຄົນຮັກໜຶ່ງຄົນລືມ

Lyrics: Phimpha Khamphaheuang Music: Phimpha Khamphaheuang ເຈົ້າລືມໝົດແລ້ວ ເລື່ອງທີ່ຜ່ານມາ ກາຍເປັນຄວາມຫຼັງ ທີ່ຍັງບໍ່ຈາງຫາຍໄປ ເຈັບປວດທຸກຄັ້ງ ທີ່ຂ້ອຍຫຼັບຕາ ໃຈແຕກສະຫຼາຍເມື່ອໃດ້ຮູ້ວ່າ ເຈົ້າມີຄົນໃໝ່ແລ້ວ
ເຖິງມັນຈະຍາກແຕ່ຄົງຕ້ອງຍອມ ຈະດຶງເຈົ້າໄວ້ແຕ່ຄວນຕ້ອງພໍ ເມື່ອໃນຕອນນີ້ ເຈົ້າບໍ່ຕ້ອງການ ເຈົ້າມີທາງດີກວ່າ ກໍ່ເຖິງເວລາ ທີ່ເຈົ້າຕ້ອງໄປ
ໜຶ່ງຄົນຍັງຮັກ ຍັງເຝົ້າລໍຄອຍ ຈົດຈຳທຸກເລື່ອງລາວ ໜຶ່ງຄົນກັບຖິ້ມ ຖິ້ມທຸກໆຢ່າງບໍ່ຫວຍຄືນກັບມາ ສັນຍາທີ່ເຈົ້າເຄີຍໃຫ້ກັນໄວ້ ວ່າເຈົ້າຈະຮັກຈະດູແລ ຕະຫຼອດໄປ ແລ້ວໃນຕອນນີ້ມັນຢູ່ໃສ ຂ້ອຍບໍ່ຮູ້ເລີຍ
ໜຶ່ງຄົນຍັງຮັກ ຍັງເຝົ້າລໍຄອຍ ຈົດຈຳສິ່ງທີ່ດີ ແຕ່ເຈົ້າກັບຖິ້ມສິ່ງທີ່ເຄີຍມີ ທີ່ເຄີຍສ້າງເອົາໄວ້ ເຈົ້າຖິ້ມມັນໄດ້ຢ່າງໃດ ເຈົ້າຖິ້ມລົງໄດ້ງ່າຍດາຍ ບໍ່ເຫຼືອ ບໍ່ມີເຍື່ອໃຍໄວ້ໃຫ້ຂ້ອຍເລີຍ ເຈົ້າລືມມັນໝົດແລ້ວ
ຍິ່ງພະຍາຍາມຈະລົບພາບເຈົ້າອອກໄປ ແຕ່ມັນຍິ່ງມາທຳຮ້າຍຍັງຫວນກັບມາທຳຮ້ານກັນ ບາດແຜທີ່ເຈົ້າໄດ້ຝາກເອົາໄວ້ ຕ້ອງໃຊ້ເວລາເທົ່າໃດກວ່າຈະລົບມັນອອກໄປ
ເຈົ້າມີວິທີລືມຢ່າງໃດ ເຈົ້າລົບທຸກຢ່າງອອກງ່າຍດາຍ ຄົນຈົດຈຳ ມັນຝັງໃຈ ຄົນຈາກໄປ ບໍ່ຫວນມາ ພຽງອາດີດທີ່ເຄີຍຫວານ ປັດຈຸບັນເປັນຝັນຮ້າຍ ຍາກຈະທຳໃຈ ເຈົ້າໄດ້ຈາກໄປ ບໍ່ຫວນກັບມາ
ຄົງຕ້ອງຍອມຮັບວ່າທຸກຢ່າງມັນຈົບລົງໄປແລ້ວ ສິ່ງທີ່ເຄີຍຝັນ ທີ່ເຄີຍບອກຕອນນີ້ບໍ່ມີແລ້ວ ເປັນຄວາມຊົງຈຳດີໆທິ່ຂ້ອຍບໍ່ເຄີຍລືມ ບໍ່ຮູ້ຕ້ອງເສຍໃຈ ອີກເທົ່າໃດ ຈະລົບມັນອອກໄປຄວາມເຈັບນີ້