Lyrics: Bank Pengboupha
Music: Bank Pengboupha
ຢາກຈະກອດເຈົ້າເອົາໄວ້
ເຖິງແມ້ວ່າເຈົ້າຈະໄປກັບເຂົາ
ແຕ່ໃຈຂ້ອຍຍັງຄົງຮັກເຈົ້າຢູ່ ຄືເກົ່າ
ເຖິງແມ້ເຮົາຈະບໍ່ເຂົ້າໃຈກັນດີ
ຂໍໃຫ້ເຈົ້າໂຊກດີກໍ່ພໍ
ແລະຂໍໃຫ້ເຈົ້າໂຊກດີ ກັບເສັ້ນທາງໃໝ່ທີ່ເຈົ້າເລືອກ
ແລະຂໍໃຫ້ເຂົາຍິນດີ ກັບໂຕເຈົ້າໃນທຸກໆເລື່ອງ
ມື້ໃດທີ່ເຈົ້ານັ້ນເຫງົາໃຈ ຂ້ອຍກະພ້ອມເປັນຄົນທີ່ຈະປອບ
ຮັກສາໃຜບໍ່ໄດ້ຄົງເປັນຂ້ອຍເອງທີ່ຢູ່ບໍ່ລອດ
ຢາກຈະກັບໄປຫາ ແຕ່ມັນກະຄົງຈະຊ້າເກີນ
ຮັກຜູ້ໃດກະເຈັບຫຼືເປັນຂ້ອຍເອງທີ່ງຽບເກີນ
ທຸກມື້ເຮັດແຕ່ເພງ ຈົນລືມໄປວ່າເຈົ້າຖ້າຢູ່
ຂ້ອຍອາດຈະບໍ່ໄດ້ສັດເຈນ
ແຕ່ກຳລັງໃຈຄືເຈົ້າທີ່ຖ້າຢູ່
ຄິດເຫັນພາບເຮົາສອງ ທີ່ເຮົາເບິ່ງໜັງນຳກັນໃນໂຮງ
ຂ້ອຍຄົນທຳມະດາທີ່ຂຽນເພງອອກຜ່ານສຽງລຳໂພງ
ຢາກມີເຈົ້າມາກອດມື້ທີ່ອາກາດມັນໜາວເຢັນ
ມື້ໃດທີ່ຂ້ອຍຂຶ້ນshowຫວັງວ່າໂຕເຈົ້ານັ້ນຈະໄດ້ເຫັນ
ເຈົ້າເຄີຍປອບຂ້ອຍວ່າໂຕຂ້ອຍເອງນັ້ນເກັ່ງທີ່ສຸດ
ເຮັດຕາມໃຈທີ່ມັກດຽວກາສຳເລັດຕ້ອງລອງພິສູດ
ແຕ່ມື້ນີ້ສຳເລັດແຕ່ໂຕເຈົ້າເອງກັບບໍ່ໄດ້ຢູ່
ແລະຂ້ອຍກະຢາກໃຫ້ເຈົ້າໄດ້ຢູ່
ແຕ່ເປັນຫຍັງເຈົ້ານັ້ນຄືບໍ່ຢູ່
ຢາກຈະກອດເຈົ້າເອົາໄວ້
ເຖິງແມ້ວ່າເຈົ້າຈະໄປກັບເຂົາ
ແຕ່ໃຈຂ້ອຍຍັງຄົງຮັກເຈົ້າຢູ່ ຄືເກົ່າ
ເຖິງແມ້ເຮົາຈະບໍ່ເຂົ້າໃຈກັນດີ
ຂໍໃຫ້ເຈົ້າໂຊກດີກໍ່ພໍ
ຂ້ອຍຍອມເປັນໂຕປະກອບທີ່ໃຫ້ເຈົ້າຫລອກຢູ່ເປັນປະຈຳ
ເລື່ອງຂອງເຮົາຕ້ອງຢຸດໄວ້ກ່ອນນໍ້າຕາທີ່ອອກຂ້ອຍບໍ່ເປັນຫຍັງ
ບອກຂ້ອຍວ່າດີບໍ່ພໍເຈົ້າເລີຍເລືອກທີ່ຈະໄປກັບມັນ
ແລະຖິ້ມໃຫ້ຂ້ອຍຕ້ອງດຽວດາຍທີ່ເກືອບຈະຕາຍແລ້ວເຈົ້າສົນຫຍັງ
ເຊັດນຳຕາທີ່ໄຫລບອກກັບໂຕເອງຕ້ອງຢູ່ໄດ້
ບໍ່ຕ້ອງການມີໃຜສັນຍາກັບໃຈໂຕເອງໄວ້
ມື້ໃດທີ່ຂ້ອຍນັ້ນເຫງົາຂ້ອຍມັກເປີດເພງທີ່ເຮັດໄວ້
ແລະຂ້ອຍມັກຟັງໃນທຸກໆເຊົ້າທີ່ຮູ້ສຶກວ່າບໍ່ມີໄຟ
ສິ່ງທີ່ຂ້ອຍຢາກຈະຖາມ…ເຈົ້າ
ຕອນນີ້ຂ້ອຍບໍ່ຕ້ອງການ...ເວົ້າ
ປ່ອຍເຈົ້າໄປກັບເຂົາ…ໂຊກດີ
ແລະຖິ້ມຂ້ອຍໄວ້ຢູ່ແບບນີ້ກໍ່ດີ….ແລ້ວ
ຢາກຈະກອດເຈົ້າເອົາໄວ້
ເຖິງແມ້ວ່າເຈົ້າຈະໄປກັບເຂົາ
ແຕ່ໃຈຂ້ອຍຍັງຄົງຮັກເຈົ້າຢູ່ ຄືເກົ່າ
ເຖິງແມ້ເຮົາຈະບໍ່ເຂົ້າໃຈກັນດີ
ຂໍໃຫ້ເຈົ້າໂຊກດີກໍ່ພໍ