หมดใจที่มี (ໝົດໃຈທີ່ມີ)

Lyrics: Somdy Vongthinkeo Music: Somdy Vongthinkeo ເປັນຫຍັງ ຄວາມຮັກທີ່ຂ້ອຍໃຫ້ໄປ ເຈົ້າບໍ່ໃສ່ໃຈ ບໍ່ເຫັນຄຸນຄ່າເລີຍ ຄວາມຮັກ ວັນນີ້ມັນສິ້ນຫົນທາງ ທີ່ພະຍາຍາມ ຢູ່ຄົນດຽວແບບນີ້ ຄວາມຮັກ ທີ່ຂ້ອຍນັ້ນຄິດວ່າດີ ມາໃນວັນນີ້ ມັນໄດ້ພັງໝົດທຸກຢ່າງເລີຍ ແຕ່ກ່ອນເຮົາເຄີຍ ບອກຮັກກັນນັ້ນທຸກຄືນ ແຕ່ຕອນນີ້ ເຈົ້າຄົນດີບໍ່ກັບຄືນມາອີກແລ້ວວວ
ທີ່ຂ້ອຍໃຫ້ໄປ ຄືທັງໝົດໃນໃຈທີ່ມີ ແມ້ໃນຕອນນີ້ ຈະເຫຼືອພຽງຄວາມຊົງຈຳ ທຸກການກະທຳ ມັນຟ້ອງວ່າເຈົ້າຕ້ອງການຈະໄປ ບໍ່ເຫລືອເສດໃຈ ເຫຼືອໄວ້ໃຫ້ພຽງນ້ຳຕາ ຕອນເຈົ້າບອກລາ ຫົວໃຈດຽວນີ້ສະຫຼາຍ ມັນບໍ່ເຖິງຕາຍ ແຕ່ມັນນັ້ນທໍລະມານ ເຈົ້າບອກວ່າຂ້ອຍມັນບໍ່ດີ ເຈົ້າຢາກໜີໄປອອກໃຫ້ໄກ ແຕ່ຄວາມຈິງນັ້ນເຈົ້າໝົດໃຈ ເຈົ້າມີຄົນໃຫມ່ ແລະ ກໍໃຫ້ເຂົານັ້ນເຂົ້າມາແທນ
ມັນອາດຈະນ້ອຍໄປ ຄວາມຮັກທີ່ໃຫ້ເຈົ້າຕອນນີ້ ແຕ່ມັນຄືທັງຫມົດ ແລະຫມົດທັງໃຈທີ່ຂ້ອຍມີ ມັນອາດບໍ່ດີພໍ ຫລືວ່າບໍ່ພໍດີ ກໍເລີຍຈົບກັນເທົ່ານີ້ ຄວາມຮັກຟຣີໆມັນບໍ່ມີຄ່າ ຖ້າຫາກໃນວັນຂ້າງຫນ້າ ເຈົ້າພົບຄົນທີ່ດີໆ ຂໍໃຫ້ເຈົ້າມີຄວາມສຸກ ແລະຂໍໃຫ້ເຈົ້າຈົ່ງໂຊກດີ ບາງທີ່ເຮົາຄວນເຂົ້າໃຈ ນ້ຳຕາຫຼີ້ນໄຫລ່ໃນບາງທີ່ ຈຳເປັນຈະຕ້ອງທົນຝືນ ທັ່ງທີ່ບໍ່ຢາກຈະຢືນຢູ່ຕົງນີ້ ຮັກທີ່ມີຄົງບໍ່ລືມ ມັນຍັງບໍ່ຄ່ອຍຊ້ຳຕື່ມ ໃຫ້ເຈັບຊ້ຳ ໃນຫົວໃຈ
ທີ່ຂ້ອຍໃຫ້ໄປ ຄືທັງໝົດໃນໃຈທີ່ມີ ແມ້ໃນຕອນນີ້ ຈະເຫຼືອພຽງຄວາມຊົງຈຳ ທຸກການກະທຳ ມັນຟ້ອງວ່າເຈົ້າຕ້ອງການຈະໄປ ບໍ່ເຫລືອເສດໃຈ ເຫຼືອໄວ້ໃຫ້ພຽງນ້ຳຕາ ຕອນເຈົ້າບອກລາ ຫົວໃຈດຽວນີ້ສະຫຼາຍ ມັນບໍ່ເຖິງຕາຍ ແຕ່ມັນນັ້ນທໍລະມານ ທີ່ຂ້ອຍໃຫ້ໄປ ຄືທັງໝົດໃນໃຈທີ່ມີ ແມ້ໃນຕອນນີ້ ຈະເຫຼືອພຽງຄວາມຊົງຈຳ ທຸກການກະທຳ ມັນຟ້ອງວ່າເຈົ້າຕ້ອງການຈະໄປ ບໍ່ເຫລືອເສດໃຈ ເຫຼືອໄວ້ໃຫ້ພຽງນ້ຳຕາ ຕອນເຈົ້າບອກລາ ຫົວໃຈດຽວນີ້ສະຫຼາຍ ມັນບໍ່ເຖິງຕາຍ ແຕ່ມັນນັ້ນທໍລະມານ