Lyrics: Thana Kone
Music: Thana Kone
Bee flow
Hook
ເຈົ້າບອກໃຫ້ຂ້ອຍນັ້ນຖ້າແລ້ວຂ້ອຍຕ້ອງອີກຈັກປີ
ໃຫ້ໃຈເຈົ້າໄປເທົ່າໃດແຕ່ເຈົ້າເຄີຍຈ່ະຮັກດີ
ສອງເຮົາຄົງເປັນໄປບໍ່ໄດ້ດອກ
ຕໍ່ໄປນີ້ເຮົາຄົງບໍ່ໄດ້ກອດ
ແລະໃນໃຈຂ້ອຍເອງກະຮູ້..!Baby
ຄິດຮອດສຽງເຈົ້າທີ່ຄ່ອຍປອບທີ່ເຄີຍອ່ອນ
ແຕ່ມື້ນີ້ເຮົາບໍ່ຮູ້ຈັກຈາກທີ່ແຕ່ກ່ອນເຮົາເຄີຍກອດ
ຖ້າເຈົ້າບໍ່ເຄີຍຈ່ະຮັກແລ້ວເປັນຫຍັງເຈົ້າບໍ່ເຄີຍບອກ
ສົ່ງ messen ຫາເຈົ້າເປັນພັນແຕ່ເຈົ້າກະຍັງບໍ່ເຄີຍ
Rap
Lil KonE
ຄິດຮອດໂຕເຈົ້າແບບຈັບໃຈ
ແຕ່ມື້ນີ້ເຮົາຄົງບໍ່ໄດ້ກັບໄປ
ເຈົ້າບອກໃຫ້ຂ້ອຍນັ້ນຖ້າແຕ່ເຈົ້າບໍ່ກັບມາ
ເຈົ້ານັ້ນໄປກັບໃຜ
ຂ້ອຍແຮງຄິດແລ້ວມັນແຮງໜັກໃຈ
ບອກເຈົ້າທົນໄຫວແຕ່ກັບໄຫ້
ຮັກສອງເຮົາຄືມີຫຍັງມາກັ້ນໄວ້
ເພາະເຈົ້າບໍ່ເຄີຍຮູ້ຂ້ອຍເຈັບຊຳໃດ
ແລ້ວເປັນຫຍັງຕ້ອງເປັນຂ້ອຍພຽງຄົນດຽວ
ທີ່ມັນຕ້ອງເຈັບແລະຕ້ອງມີນ້ຳຕາ
ຄືໃນຊີວິດຂ້ອຍນີ້ຕິດໃນວົງວຽນ
ທີ່ມີພຽງແສງທ່ຽນເປັນແສງໄຟເພື່ອນຳທາງ
ຄິດວ່າມັນຊີດີແຕ່ມັນກັບຮ້າຍເພາະເຈົ້ານັ້ນຫາຍ
ໄປບໍ່ມີຄຳລຳລາ
ຂ້ອຍກະຍັງຖ້່າເຈົ້າຢູ່ All night ບໍ່ມີຖອດໃຈ
ຢາກໃຫ້ຮູ້ວ່າຍັງຖ້າ
ຕອນຂ້ອຍບໍ່ມີເຈົ້າຫົວໃຈຂ້ອຍມັນບ້າ
ຂ້ອຍໃຫ້ເຈົ້າເປັນຄືສົມບັດອັນລຳຄາ
ເຈົ້າອາດເບິ່ງຄືໂຕຂ້ອຍນີ້ມັນຈ້າ
ເຈົ້າຄົງບໍ່ມາເສີ່ຍງຄົງບໍ່ມາລຳບາກ
ເຖິ່ງເຈົ້າບໍ່ກັບມາແຕ່ໂຕຂ້ອຍກະຍັງຖ້າ
ເຈົ້າຄົງບໍ່ຖອຍຫຼັງເຈົ້າຄົງໄປທາງໜ້າ
ຄືຕິດຢູ່ວັງວົນຄືຕິດຢູ່ໃນຄຳສາບ
ມັນອາດເປັນເພາະໂຕຂ້ອຍທີ່ມັນນັ້ນບາບ
ແລະຂ້ອຍຂໍໂທດທີ່ໂຕຂ້ອຍນັ້ນຍັງຖ້າ
Hook
Rap
Nonny
ອາດຈະເປັນເພາະກົດການເວລາ ທີ່ເຮັດ2ເຮົາຕ້ອງຈົບກັນ
ຂອບໃຈທີ່ເຈົ້າເຄີຍເຂົ້າມາເຮັດໃຫ້ຂ້ອຍຕື່ນຈາກຄວາມຄວາມຝັນ
ຖ້າເຈົ້າຄິດຈະໄປ ຂ້ອຍບໍ່ອາດຈະຢຸດ
ເຈົ້າເບິ່ງຂ້ອຍເປັນຄົນໃໝ່ ນັ້ນແລະຂ້ອຍຢ້ານທີ່ສຸດ
ພຽງຄຳເວົ້າສັ້ນໆ ມັນເຮັດໃຫ້ໂຕຂ້ອຍຈຸກ
ເປັນຄຳເວົ້າສາມຄຳ ທີ່ເຮັດຂ້ອຍເຈັບທີ່ສຸດ
ສິ່ງທີ່ເຈົ້າໄດ້ບອກ ຄືເຮົາເລີກກັນ
ຖິ້ມທຸກຢ່າງໃຫ້ເປັນ ພຽງຄວາມຫລັງ
ແຕ່ຄວາມເປັນຈິງ ຂ້ອຍຢາກມີເຈົ້າຄຽງຝັນ
ແຕ່ບໍ່ຮູ້ເປັນຫຍັງ ເຈົ້າຄືເລືອກມັນ
ເປັນຄົນທີ່ແພ້ ທີ່ຄ່ອຍແຕ່ນັບວັນ
ໃຫ້ເຈົ້າໄປກັບເຂົາ ບໍ່ຕ້ອງມາສົນກັນ
ປ່ອຍໃຫ້ໂຕຂ້ອຍເຫງົາ ແລ້ວເຈົ້າໄປສຸກສັນ
ປ່ອຍທຸກຢ່າງເປັນເລື່ອງເກົ່າແລ້ວເຮົານັ້ນຈົບກັນ
Hook
ເຈົ້າບອກໃຫ້ຂ້ອຍນັ້ນຖ້າແລ້ວຂ້ອຍຕ້ອງອີກຈັກປີ
ໃຫ້ໃຈເຈົ້າໄປເທົ່າໃດແຕ່ເຈົ້າເຄີຍຈ່ະຮັກດີ
ສອງເຮົາຄົງເປັນໄປບໍ່ໄດ້ດອກ
ຕໍ່ໄປນີ້ເຮົາຄົງບໍ່ໄດ້ກອດ
ແລະໃນໃຈຂ້ອຍເອງກະຮູ້..!baby
ຄິດຮອດສຽງເຈົ້າທີ່ຄ່ອຍປອບທີ່ເຄີຍອ່ອນ
ແຕ່ມື້ນີ້ເຮົາບໍ່ຮູ້ຈັກຈາກທີ່ແຕ່ກ່ອນເຮົາເຄີຍກອດ
ຖ້າເຈົ້າບໍ່ເຄີຍຈ່ະຮັກແລ້ວເປັນຫຍັງເຈົ້າບໍ່ເຄີຍບອກ
ສົ່ງ messen ຫາເຈົ້າເປັນພັນແຕ່ເຈົ້າກະຍັງບໍ່ເຄີຍຕອບ
ເຈົ້າບອກໃຫ້ຂ້ອຍນັ້ນຖ້າແລ້ວຂ້ອຍຕ້ອງອີກຈັກປີ
ໃຫ້ໃຈເຈົ້າໄປເທົ່າໃດແຕ່ເຈົ້າເຄີຍຈ່ະຮັກດີ
ສອງເຮົາຄົງເປັນໄປບໍ່ໄດ້ດອກ
ຕໍ່ໄປນີ້ເຮົາຄົງບໍ່ໄດ້ກອດ
ແລະໃນໃຈຂ້ອຍເອງກະຮູ້..!baby