ດວງເດືອນຄືນນີ້ງາມເນາະ

Lyrics: Bank Pengboupha/Phanomphet Malavong/Thop Suphabmeezi Music: Bank Pengboupha/Phanomphet Malavong/Thop Suphabmeezi Lil roxz ທຸກສິ່ງທີ່ສວຍງາມສຸດທ້າຍມັນຕ້ອງຈົບລົງ ຂ້ອຍບໍ່ຢາກມຫ້ມັນຈົບເລີຍ ມື້ທີ່ເບິ່ງພະຈັນເຮົາກອດຄໍກັນສອງຄົນ ຕ່າງຄົນຕ່າງຍິ້ມບໍ່ຢຸດເລີຍ
ຕຸກກະຕານ້ອຍພ້ອມໝອນກອດທີ່ຄຽງຄູ່ ເຈົ້າບໍ່ບອກລາແລ້ວປ່ອຍໃຫ້ຂ້ອຍນັ້ນງົງຢູ່ ຂ້ອຍຄົງຄິດໄປເອງທັ້ງທີ່ຄຳຕອບຊັດເຈນຢູ່ ວ່າຄົນທີ່ຮັກທີ່ສຸດຂອງເຮົາຕ້ອງການໄປຢູ່ກັບຄົນອື່ນ
ທຸກໆmomentທີ່ສອງເຮົານັ້ນເຄີຍໄປ ຂ້ອຍຍັງເກັບໄວ້ທຸກfolderແລະທຸກdrive ຂ້ອຍບໍ່ເຄີຍລົບເຖິງແມ້ເຈົ້າຂອງໄປມີໃໝ່ ແລະມື້ທີ່ເບິ່ງພະຈັນນັ້ນຂ້ອຍຕ້ອງໄດ້ເບິ່ງນຳໃຜ
ພະຈັນເຕັມດວງແຕ່ບໍ່ມີເຈົ້າຢູ່ຂ້າງໆ ເບິ່ງດາວເທິງຟ້າແລ້ວຄິດຮອດເຈົ້າຈົນມືຄ້າງ ຍ້ອນເຫັນພາບອາດີດຕອນທີ່ມີເຈົ້າຢູ່ບ່ອນນັ້ນ ພະຈັນມັນກໍ່ງາມດີ ແຕ່ບໍ່ມີເຈົ້າມານັ່ງຟັງ
Lil thop ຂ້ອຍຍັງຈື່ເອົາໄວ້ ທຸກເລື່ອງລາວນັ້ນ ຍັງເກັບຮູບເອົາໄວ້ ຮູບເຫຼົ່ານີ້ ຂ້ອຍຍັງຈື່ໄດ້ດີ ຄືນທີ່ເຮົາສອງນັ້ນເບິ່ງພະຈັນ ມັນເປັນຄືນທີ່ພະຈັນນັ້ນງົດງາມx2
Lil ttk ແຟນກໍ່ຄືແຟນ ຢູ່ພາຍໃນໃຈບໍ່ມີໃຜໄດ້ມາແທນ ຮັກຫຼາຍຊຳໃດ ແຕ່ສຸດທ້າຍເຈົ້າບໍ່ແຄ່ ເໝືອນກັບຫົວໃຈທີ່ມັນຖືກມີດມາແທງ ຈົມໄປກັບແຮງ
ຕັ້ງໃຈເອົາໄວ້ວ່າຕ້ອງມີສັກມື້1 ເປັນມື້ທີ່ເຈົ້ານັ້ນກັບມາແລ້ວຂ້ອຍມີເງີນຈັກຕື້1 ຢາກຈະພາເຈົ້າໄປທ່ຽວທະເລ ຢາກໄປໃນທຸກໆບ່ອນທີ່ມັນມີເຮົາຢູ່ທຸກrun way
ບິນລົງໃຕ້ ແລ້ວເຮົາຈະບິນຂຶ້ນເໜືອ ແລະເຈົ້າຄວນຟັງຂ້ອຍໄວ້ ວ່າຂ້ອຍນັ້ນຮັກບໍ່ເຫລືອ ແຕ່ມັນຄົງສາຍເກີນໄປ ເພາະເຈົ້າມັກມັນບໍ່ແມ່ນຂ້ອຍ ແຕ່ກໍ່ຍັງດີທີ່ຄິດໄດ້ ເພາະສຸດທ້າຍແລ້ວຂ້ອຍຕ້ອງໄດ້ຖອຍ
ອອກຫ່າງເໝືອນກັບຄວາມຮັກທີ່ເຈົ້າເຄີຍວ່າມັນບອບບາງ ຂ້ອຍເລີຍຂຽນເພງນີ້ໃຫ້ເຈົ້າໄດ້ຟັງ ວ່າຕອນທີ່ເຈົ້າຈາກໄປ ຂອງຂວັນໂຕນັ້ນຂ້ອຍຍັງເກັບໄວ້ນຳ ແຕ່ມັນຄົງບໍ່ສຳຄັນ