เจ้าบ่เคยฮู้ (เธอไม่เคยรู้)

Lyrics: Anouvong Laoly Music: SOULINTHONE KHOUNSATHONE SwagWazz - ເຈົ້າບໍ່ເຄີຍຮູ້
[Hook]
ເຈົ້າບໍ່ເຄີຍຮູ້ ເພາະວ່າເຈົ້າບໍ່ເຄີຍຢູ່ນີ້ ມື້ທີ່ຄວາມຮູ້ສຶກມັນ blue Make me think of you
ຂໍໂທດທີ່ຂ້ອຍຍັງໂທໄປ ຂໍໂທດທີ່ເກັບຮູບພາບຂອງເຮົາເອົາໄວ້ ເພາະວ່າເຈົ້າບໍ່ເຄີຍຢູ່ນີ້ ເຈົ້າເລີຍບໍ່ເຄີຍຮູ້​ ວ່າຄົນທີ່ຢູ່ມັນຮູ້ສຶກເເບບໃດ
[Verse 1]
ເຈົ້າບໍ່ເຄີຍຢູ່ເຈົ້າເລີຍບໍ່ມີທາງຮູ້ວ່າທຸກມື້ກ່ອນຂ້ອຍນອນຂ້ອຍຕ້ອງຍ່າງໄປຈູດທູບ ເຈົ້າບໍ່ເຄີຍຢູ່ເລີຍບໍ່ຮູ້ເຖິງເວລາທີ່ນຳ້ຕາມັນໄຫຼລົງພ້ອມຂີ້ຕາ​ ເເລະ​ ຂີ້ມູກ ຄິດຮອດເຈົ້າຍາມໃດຈາກດີໆ ກໍເປັນ mood swing ຈັບໂທລະສັບເລື່ອນເບິ່ງຮູບ ເຫັນຕອນເຮົາຍິ້ມດ້ວຍຄວາມເຊື່ອໃຈໃນໂຕກັນ ເເລະ ກັນ​ ທຸກວັນນີ້ອະນາຄົດເຮົາດັບວູບ
ເເກ້ມອັນຫອມໆເເນ່ນອນເເຫຼະ ຂ້ອຍມັກລູບ You know that I don't wanna lose ຮ້ອງໄຫ້ຫາເຈົ້າບາງມື້ມັນກະຂີ້ມູກໂປ່ງ ຢາກບອກຄິດຮອດ ເເຕ່ວຽກເຈົ້າມັນເບິ່ງວຸ້ນ
Ah ເຫັນເຈົ້າ post ວ່າເຫງົາຂ້ອຍເອງກະລຸ້ນເກາະ ເຈົ້າຄືສິເບິ່ງວ່າທີ່ຜ່ານມາ ເຮົາໃຊ້ເວລານຳກັນໄປຄຸ້ມເນາະ
ເເຕ່​ຂ້ອຍຍັງ​ບໍ່ລືມ​ ຄິດວ່າທຸກມື້ເປັນມື້ຄືນ ຄິດວ່າເຈົ້າກອດຂ້ອຍໄວ້ເເຕ່ມື້ຄືນ ເຈົ້າບໍ່ໄດ້ຫາຍໄປໃນຕອນທີ່ຂ້ອຍຕື່ນ​ ເຈົ້າບໍ່ໄດ້ເສຍເເຕ່ເປັນຂ້ອຍທີ່ເສຍໃຈທີ່ເຈົ້າໄປເລີຍບໍ່ອາດຈະເອົາໃຜເຂົ້າມາຕື່ມ ຂ້ອຍເລີຍຕ້ອງການຢາກຈະຈື່ເເຕ່ມື້ວານຕອນເຮົາມີກັນ ບໍ່ຄິດຢາກຈະມີມື້ອື່ນ
ເຈົ້າເບິ່ງມັນເຫຼວໄຫຼ ທັງທີ່ເຈົ້າຖິ້ມຂ້ອຍໄວ້ຢູ່ເທິງເຫວ You​ say to leave may bring us back together but you leave me in hell ໂທຫາເຈົ້າ yeah ມັນບໍ່ຕິດ ຫຼື​ ຕ້ອງໃຫ້ບອກເຈົ້າໄປຜ່ານ mail ຂ້ອຍຍັງຖ້າເຈົ້າຢູ່ນິເເລະ ເທິງຈະເຄີຍເບິ່ງເຈົ້າສະລະເລວ
ເຈົ້າຖາມເປັນຫຍັງຄືຍັງຮັກ​ ເປັນຫຍັງບໍ່ລືມກັນໄປສະ I gave you all of my trust, love and worries ເຈົ້າບໍ່ເຄີຍມີມັນເພາະບໍ່ເຄີຍຢູ່ນີ້
[Hook]
ເຈົ້າບໍ່ເຄີຍຮູ້ ເພາະວ່າເຈົ້າບໍ່ເຄີຍຢູ່ນີ້ ມື້ທີ່ຄວາມຮູ້ສຶກມັນ blue Make me think of you
ຂໍໂທດທີ່ຂ້ອຍຍັງໂທໄປ ຂໍໂທດທີ່ເກັບຮູບພາບຂອງເຮົາເອົາໄວ້ ເພາະວ່າເຈົ້າບໍ່ເຄີຍຢູ່ນີ້ ເຈົ້າເລີຍບໍ່ເຄີຍຮູ້ວ່າຄົນທີ່ຢູ່ມັນຮູ້ສຶກເເບບໃດ
[Verse​2]
Woah ໃຜສິຄິດວ່າເລື່ອງທີ່ສ້າງມາເປັນອະດີດເນາະ ຈື່ມື້ທີ່ເຮົາຈີບບໍ່ ເຮົາເຄີຍໄປກັນໄດ້ດີກ່ອນນີ້ເນາະ ເຈິໜ້າກັນທຸກມື້ນີ້ຕ້ອງຫຼີກລະ ເພາະຖ້າຂ້ອຍເບິ່ງໜ້າເຈົ້າອີກຄັ້ງ ນຳ້ຕາຂ້ອຍສິໄຫຼປາດສີດນຳ້
ຂ້ອຍຂໍລະ ຖືວ່າຂ້ອຍຂໍ ໃຫ້ເຈົ້າໄປໃຫ້ໄກຢ່າຫຼຽວກັບມາໄດ້ບໍ່?​ ມື້ໃດທີ່ເຈົ້າເຮັດຄືຫ່ວງໃຍ ເເຕ່ສຸດທ້າຍບໍ່ເຂົ້າໃຈຢ່າເຮັດເເບບນັ້ນໄດ້ບໍ່?​ ເຈົ້າບໍ່ເຄີຍຢູ່ ເຈົ້າເລີຍບໍ່ຮູ້ເຖິງຄວາມຮູ້ສຶກທີ່ເຈັບປວດທີ່ມັນໄດ້ເຂົ້າມາສອນ ເພາະເວລາຮັກ​ຂ້ອຍເລືອກຮັກໄປດ້ວຍໃຈບ່ອນທີ່ເຈັບເເມ່ນຫົວໃຈ ມັນຈຶ່ງບໍ່ເເມ່ນສະໝອງ
ເປັນຫຍັງຄືຖ້າ ah ເປັນຫຍັງຂ້ອຍຄືຖ້າ ah ເປັນຫຍັງຕ້ອງໃຫ້ເຂົາເບິ່ງວ່າໂງ ລະຂ້ອຍຄືຍອມກິນຫຍ້າຢູ່
ຄິດຮອດຈົນໃຈຈະຂາດ ah ນຳ້ຕາເມື່ອຍຈະຢາດ ເເລ້ວ ເເຕ່ກີ້ເຈົ້າຈະເຊັດມັນ ນຳ້ຕາຂ້ອຍໄຫຼເຈົ້າຈະມາປາດເເຫ້ມ
[Hook]
ເຈົ້າບໍ່ເຄີຍຮູ້ ເພາະວ່າເຈົ້າບໍ່ເຄີຍຢູ່ນີ້ ມື້ທີ່ຄວາມຮູ້ສຶກມັນ blue Make me think of you
ຂໍໂທດທີ່ຂ້ອຍຍັງໂທໄປ ຂໍໂທດທີ່ເກັບຮູບພາບຂອງເຮົາເອົາໄວ້ ເພາະວ່າເຈົ້າບໍ່ເຄີຍຢູ່ນີ້ ເຈົ້າເລີຍບໍ່ເຄີຍຮູ້ວ່າຄົນທີ່ຢູ່ມັນຮູ້ສຶກເເບບໃດ