ເຂີຍໃໝ່

Lyrics: Santi Phommachanh/YOUD KEODUANGTA Music: Santi Phommachanh/YOUD KEODUANGTA ມື້ນີ້ມື້ສັນວັນດີ ມື້ສີວັນຊອບ ມື້ປະກອບວັນງານ ເປັນມື້ທີ່ແຫ່ເອົາຂັນເງິນຂັນຄຳ ເປັນຂອງກຳນັນມາໃຫ້ແມ່ເຖົ້າຕານາຍ ເພື່ອນສະໜິດ ແລະ ມິດສະຫາຍ ຮ່ວມແຮງຮ່ວມໃຈເພື່ອມາເປັນສັກຂີ ຂໍແມ່ເຖົ້າຊ່ວຍເປີດປະຕູໃຫ້ທີ ມາເພິ່ງບາລະມີ ຂໍເປັນລູກອີກຄົນ ນ້ອງນາງແກ້ມແດງຂອງອ້າຍເອີຍ ຢາກເຂົ້າໄປເຊີຍຊົມໃຫ້ຊື່ນໃຈ ແມ່ເຖົ້າເອີ້ຍເປີດປະຕູໃຫ້ໄວໆ ສົ່ງສຽງໄປວ່າລູກເຂີຍມາລະເດີ້ ມາລະເດີ້ລູກເຂີຍມາລະເດີ້ ແມ່ເຖົ້າເອີ້ຍລູກເຂີຍມາລະເດີ້ ພໍ່ເຖົ້າເອີ້ຍລູກເຂີຍມາລະເດີ້ ມາລະເດີ້ ເຂີຍໃໝ່ມາລະເດີ້