Lyrics: Thop Suphabmeezi/XAIYAPHONE VANNIVONG
Music: Thop Suphabmeezi
Lil THOP
ຢາກໃຫ້ມີຮອຍຍິ້ມຂອງເຈົ້າແບບນີ້ທຸກວັນ
ເຖິງແມ່ນວ່າໂລກຈະປ່ຽນໄປເທົ່າໃດ ກໍ່ຕາມ
ຂໍພຽງຍັງມີເຈົ້າຢູ່ຄຽງຄູ່ແບບນີ້ຕະຫຼອດການ
ບໍ່ຈາງຫາຍບໍ່ໄປໃສຢູ່ບ່ອນນີ້ ສ່ຳນີ້ຂ້ອຍກະພໍໃຈ
ຢາກມີເຈົ້າມີເຈົ້າມາ Kiss me ໃນ Morning
ແລະໃນເວລາທີ່ເມື່ອຍກາຍ ກໍ່ຢາກໄດ້ເຈົ້າມາພັກພິງ
ຂ້ອຍຄົນນີ້ນັ້ນຮັກຈິງ ແລະ ເຈົ້າເປັນຍິງທີ່ແສນວິແສນທີ່ຂ້ອຍບໍ່ມີວັນຖິ້ມ
I say love do you love me ຈາກແຕ່ກ່ອນເຄີຍຫາຍ
ຕອນນີ້ເປັນຄົນທີ່ແສນດີ ຫນ້າຕາຂ້ອຍອາດຄືໂຈນແຕ່ຢູ່ໃນໂໝດຄິດຕີ້
ປະກັນໄພຫົວໃຈດວງນ້ອຍຂ້ອຍຍົກໃຫ້ເຈົ້າເລີຍ ຟຣີໆ
ຫາກຄຳວ່າຮັກ ເປັນພຽງຄຳເວົ້າທີ່ຫວານ....
ຂ້ອຍກໍ່ພ້ອມຮັກ ເຖິງແມ່ນເຈົ້າບໍ່ຕ້ອງການ
ຈະບໍ່ມີຍິງອື່ນໃດ ໃຫ້ເຈົ້າເປັນໜື່ງໃນໃຈຂ້ອຍເລີຍ....ໂຫ....
ຢາກໃຫ້ມີຮອຍຍິ້ມຂອງເຈົ້າແບບນີ້ທຸກວັນ
ເຖິງແມ່ນວ່າໂລກຈະປ່ຽນໄປເທົ່າໃດ ກໍ່ຕາມ
ຂໍພຽງຍັງມີເຈົ້າຢູ່ຄຽງຄູ່ແບບນີ້ຕະຫຼອດການ
ບໍ່ຈາງຫາຍບໍ່ໄປໃສຢູ່ບ່ອນນີ້ ສ່ຳນີ້ຂ້ອຍກະພໍໃຈ
OTTO VNV
ໃນວັນທີ່ໂລກສະຫລາຍ ສິ່ງດຽວທີ່ຈື່ໄດ້ ຄືຍິ້ມຂອງເຈົ້ານັ້ນເດີເບບີ້
ໃນວັນທີ່ຫ່າງກັນ ໂປດຈົ່ງຮູ້ເອົາໄວ້ວ່າບໍ່ມີໃຜຈະມາແທນທີ່
ຍິ້ມໃຫ້ບ່ອນນີ້ ມີຄວາມສຸກທຸກເທື່ອທີ່ຂ້ອຍໄດ້ເຫັນຮອຍຍິ້ມນີ້
ເຖິງວ່າເຮົາຕ້ອງເລີກລາ ຮັກຂອງເຮົາຕ້ອງແຍກທາງ ຂໍໄດ້ຈື່ເຈົ້າໄວ້ໃນວັນທີ່ມີນ້ຳຕາ
ຍິ້ມຂອງເຈົ້າຍັງສົດໃສ ຂ້ອຍຍັງຍັງຈຳວັນນັ້ນໄດ້
ຍິ້ມຂອງເຈົ້າຍັງອ່ອນໄຫວ ເໝືອນກັບວ່າຫຍຸດໂລກໄປທັງໃບ
ຮອຍຍິ້ມເຈົ້າໜ້າຮັກ ຂໍພຽງຂ້ອຍໄດ້ຮັກ
ແລະຢູ່ແບບນີ້ເຖິງບໍ່ມີສິດໄດ້ຄອບຄອງ.... ພຽງພໍແລ້ວ...
LIL THOP
ຫາກຄຳວ່າຮັກ ເປັນພຽງຄຳເວົ້າທີ່ຫວານ....
ຂ້ອຍກໍ່ພ້ອມຮັກ ເຖິງແມ່ນເຈົ້າບໍ່ຕ້ອງການ
ຈະບໍ່ມີຍິງອື່ນໃດ ໃຫ້ເຈົ້າເປັນໜື່ງໃນໃຈຂ້ອຍເລີຍ....ໂຫ....
ຢາກໃຫ້ມີຮອຍຍິ້ມຂອງເຈົ້າແບບນີ້ທຸກວັນ
ເຖິງແມ່ນວ່າໂລກຈະປ່ຽນໄປເທົ່າໃດ ກໍ່ຕາມ
ຂໍພຽງໄດ້ມີເຈົ້າຢູ່ຄຽງຄູ່ແບບນີ້ຕະຫຼອດການ
ບໍ່ຈາງຫາຍບໍ່ໄປໃສ ຢູ່ບ່ອນນີ້ ສ່ຳນີ້ຂ້ອຍກະພໍໃຈ
LIL THOP
ຫາກຄຳວ່າຮັກ ເປັນພຽງຄຳເວົ້າທີ່ຫວານ....
ຂ້ອຍກໍ່ພ້ອມຮັກ ເຖິງແມ່ນເຈົ້າບໍ່ຕ້ອງການ
ຈະບໍ່ມີຍິງອື່ນໃດ ໃຫ້ເຈົ້າເປັນໜື່ງໃນໃຈຂ້ອຍເລີຍ....ໂຫ....
OTTO VNV
*ຫາກຄຳວ່າຮັກ ເປັນພຽງຄຳເວົ້າທີ່ຫວານ....
ຂ້ອຍກໍ່ພ້ອມຮັກ ເຖິງແມ່ນເຈົ້າບໍ່ຕ້ອງການ
ຈະບໍ່ມີຍິງອື່ນໃດ ໃຫ້ເຈົ້າເປັນໜື່ງໃນໃຈຂ້ອຍເລີຍ....ໂຫ....
LIL THOP
ຢາກໃຫ້ມີຮອຍຍິ້ມຂອງເຈົ້າແບບນີ້ທຸກວັນ
ເຖິງແມ່ນວ່າໂລກຈະປ່ຽນໄປເທົ່າໃດ ກໍ່ຕາມ
ຂໍພຽງຍັງມີເຈົ້າຢູ່ຄຽງຄູ່ແບບນີ້ຕະຫຼອດການ
ບໍ່ຈາງຫາຍບໍ່ໄປໃສ ຢູ່ບ່ອນນີ້ ສ່ຳນີ້ຂ້ອຍກະພໍໃຈ...