ບົວລະພາ

Lyrics: AIILA Music: AIILA AiiLA ft Taiy akard ບົວລະພາ Vers 1 ພໍ່ແມ່ເຈົ້າເວົ້າບໍຄູ່ຄວນເຈົ້າ ກໍຮູ້ໂຕດີເຮົາຕ່າງກັນເກີນໄປ ຕ່າງຖານະຫລືໃດ ຂ້ອຍກໍພໍເຂົ້າໃຈ ເພາະທີ່ເກີດມາບໍຄອຍຈະມີເໝືອນຢ່າງເຂົາ ແຕ່ຂ້ອຍກໍຮັກເຈົ້າໄປໝົດແລ້ວ ເສັ້ນທາງຮັກເຮົາຈະຍັງເໝືອນເກົ່າບໍ ຍີ່ງເດີນທາງມາຍີ່ງໄກ ຍີ່ງທຳໃຫ້ເຮົາຫນາວໃຈ ຍີ່ງຮັກຍີ່ງຮູ້ວ່າມັນບໍສົມຄູ່ຄວນເຈົ້າ Hook ເຈົ້າຍັງຈະຮັກກັນຕໍ່ຫລືບໍ ເພາະຂອຍບໍມີຄ່າພໍ ໃຫ້ສົມດັ່ງທີ່ຄູ່ກັນ ຢາກຈະຖາມໃຫ້ໝັ້ນໃຈ ແລະຕໍ່ຈາກນີ້ຍັງມີຄ່າບໍ ເພາະຂ້ອຍໃຫ້ເຈົ້າໄດ້ພຽງຫົວໃຈ ເຈົ້າຕ້ອງການສີ່ງໃດບໍມີໃຫ້ຈັກຢ່າງ Rap ເຈົ້າຕ້ອງການສີ່ງໃດຂ້ອຍບໍມີ ມັນຫນ້າອາຍທີ່ເຮົາເປັນແບບນີ້ ມັນຍາກເກີນຈະຖອນຕົວໃນຕອນນີ້ ຫົວໃຈມັນຍີ່ງຮັກເຈົ້າຄົນດີ ເຈົ້າມັນຄົນຢູ່ສູງບົວລະພາ ຂໍໂທດຄົນຢ່າງເຈົ້ານັ້ນບິນລົງມາ ຮັກກັບຂ້ອຍຄົນນີ້ມັນທຳມະດາ ສົມຄວນແລ້ວພໍ່ແມ່ເຈົ້າບອກໃຫ້ຢ່າ Vers 2 ກໍຍ້ອນວ່າຂ້ອຍຍັງຮັກເຈົ້າ ຂໍໂທດທີ່ເຮັດໃຫ້ເຈົ້າທຸກໃຈ ຂ້ອຍຄົງບໍດີຈັກຢ່າງແລະຂ້ອຍບໍມີຈັກຢ່າງ ມັນກໍສົມດັ່ງທີ່ພໍ່ແມ່ເຈົ້າເວົ້າມາ ຖ້າເວົ້າເລື້ອງໃຈເວົ້າເລື້ອງຮັກ ຂ້ອຍເອງຄົນຫນື່ງຮັກສຸດຫົວໃຈ ບໍຢາກໃຫ້ເຈົ້າຕ້ອງມີນ້ຳຕາ ດີໃຈທີ່ເຈົ້າໄດ້ເດີນເຂົ້າມາ ເລື້ອງອານະຄົດໃຫ້ໄປຕາມການເວລາ Hook ເຈົ້າຍັງຈະຮັກກັນຕໍ່ຫລືບໍ ເພາະຂອຍບໍມີຄ່າພໍ ໃຫ້ສົມດັ່ງທີ່ຄູ່ກັນ ຢາກຈະຖາມໃຫ້ໝັ້ນໃຈ ແລະຕໍ່ຈາກນີ້ຍັງມີຄ່າບໍ ເພາະຂ້ອຍໃຫ້ເຈົ້າໄດ້ພຽງຫົວໃຈ ເຈົ້າຕ້ອງການສີ່ງໃດບໍມີໃຫ້ຈັກຢ່າງ Hook ເຈົ້າຍັງຈະຮັກກັນຕໍ່ຫລືບໍ ເພາະຂອຍບໍມີຄ່າພໍ ໃຫ້ສົມດັ່ງທີ່ຄູ່ກັນ ຢາກຈະຖາມໃຫ້ໝັ້ນໃຈ ແລະຕໍ່ຈາກນີ້ຍັງມີຄ່າບໍ ເພາະຂ້ອຍໃຫ້ເຈົ້າໄດ້ພຽງຫົວໃຈ ເຈົ້າຕ້ອງການສີ່ງໃດບໍມີໃຫ້ຈັກຢ່າງ