ບໍ່ໄດ້ຍາດຂອງໃຜ

Lyrics: TAIY AKARD Music: TAIY AKARD ທຸກຢ່າງມັນເກີດຈາກຄວາມຮັກ ທຸກຢ່າງມັນເກີດຈາກຄວາມພໍໃຈ ຂ້ອຍບໍ່ມີສິດໄປບັງຄັບໃຜ ມາໃຫ້ໃຈ ເຂົາມີສິດເລືອກເອງ ເຈົ້າເອງເປັນຄົນທີ່ຖີ້ມເຂົາ ເປັນພຽງຄົນຮັກເກົ່າທີ່ຢາກໄດ້ເຂົາຄືນໄປ ແລະເຈົ້າກໍ່ຄົງຈະເສຍດາຍ ເຖິງມາໃສ່ຮ້າຍ ວ່າຂ້ອຍເປັນຄົນຍາດເຂົາໄປ ເຂົານັ້ນຍັງບໍ່ທັນມີໃຜ ຕອນທີ່ຂ້ອຍມີເຂົາຢູ່ໃນຫົວໃຈ ຄືຕອນນັ້ນເຈົ້ານັ້ນແຫຼະທີ່ຖີ້ມເຂົາໄປ ສະໝອງເຈົ້າເຊື່ອມຫຼືຢ່າງໃດ ຈະບອກໃຫ້ຮູ້ ຂ້ອຍບໍ່ໄດ້ຍາດຄົນຂອງໃຜ ໃຫ້ເຈົ້າຈື່ເອົາໄວ້ ໃສ່ໃຈ ໃສ່ສະໝອງຂອງເຈົ້າຢ່າລືມ ຄົນທີ່ຂ້ອຍຮັກເຂົາເຕັມໃຈຮັກບໍ່ໄດ້ຝືນ ບໍ່ຕ້ອງມາຂັດຂວາງ ຂັດຂືນ ນີ້ເປັນຄວາມຮັກທີ່ເຮົາສອງຄົນເຕັມໃຈຮັກກັນ ເຈົ້າຄວນຈະຢຸດໄດ້ແລ້ວ ເຈົ້າເອງກໍ່ເຂົ້າໃຈດີ ບໍ່ຄວນທຳຕົວແບບນີ້ ເຈົ້າກໍ່ຮູ້ດີ ວ່າເຈົ້າເປັນຄົນຖີ້ມເຂົາໄປ ເຂົານັ້ນຍັງບໍ່ທັນມີໃຜ ຕອນທີ່ຂ້ອຍມີເຂົາຢູ່ໃນຫົວໃຈ ຄືຕອນນັ້ນເຈົ້ານັ້ນແຫຼະທີ່ຖີ້ມເຂົາໄປ ສະໝອງເຈົ້າເຊື່ອມຫຼືຢ່າງໃດ ຈະບອກໃຫ້ຮູ້ ຂ້ອຍບໍ່ໄດ້ຍາດຄົນຂອງໃຜ ໃຫ້ເຈົ້າຈື່ເອົາໄວ້ ໃສ່ໃຈ ໃສ່ສະໝອງຂອງເຈົ້າຢ່າລືມ ຄົນທີ່ຂ້ອຍຮັກເຂົາເຕັມໃຈຮັກບໍ່ໄດ້ຝືນ ບໍ່ຕ້ອງມາຂັດຂວາງ ຂັດຂືນ ນີ້ເປັນຄວາມຮັກທີ່ເຮົາສອງຄົນເຕັມໃຈຮັກກັນ ຮູ້ແລ້ວກໍ່ຄວນຈະເຂົ້າໃຈ ເພາະເຈົ້າເປັນຄົນຖີ້ມເຂົາໄປ ຕອນນີ້ກັບມາເສຍດາຍ ຢ່າມາວຸ້ນວາຍຄວາມຮັກເຮົາສອງ ຈະບອກໃຫ້ຮູ້ຂ້ອຍບໍ່ໄດ້ຍາດຄົນຂອງໃຜ ໃຫ້ເຈົ້າຈື່ເອົາໄວ້ ໃສ່ໃຈ ໃສ່ສະໝອງຂອງເຈົ້າຢ່າລືມ ຄົນທີ່ຂ້ອຍຮັກເຂົາເຕັມໃຈຮັກບໍ່ໄດ້ຝືນ ບໍ່ຕ້ອງມາຂັດຂວາງ ຂັດຂືນ ນີ້ເປັນຄວາມຮັກທີ່ເຮົາສອງຄົນເຕັມໃຈຮັກກັນ ຈະບອກໃຫ້ຮູ້ຂ້ອຍບໍ່ໄດ້ຍາດຄົນຂອງໃຜ ໃຫ້ເຈົ້າຈື່ເອົາໄວ້ ໃສ່ໃຈ ໃສ່ສະໝອງຂອງເຈົ້າຢ່າລືມ ຄົນທີ່ຂ້ອຍຮັກເຂົາເຕັມໃຈຮັກບໍ່ໄດ້ຝືນ ບໍ່ຕ້ອງມາຂັດຂວາງ ຂັດຂືນ ມັນເປັນຄວາມຮັກທີ່ເຮົາສອງຄົນເຕັມໃຈຮັກກັນ ນີ້ເປັນຄວາມຮັກທີ່ເຮົາສອງຄົນເຕັມໃຈຮັກກັນ.