Lyrics: XOKXAY BUAVONGSA
Music: XOKXAY BUAVONGSA
ນ້ອງໂທມາຫາບອກແມ່ອ້າຍໄປຂໍຢ່າໄດ້ກາຍເດືອນສີ່ ສະຕັ້ນທັນທີນີ້ເປັນຂ່າວດີຄືເສົ້າໃຈ
ຂໍຜ່ອນໄດ້ບໍເງິນຍັງບໍ່ຫຼາຍ ຂະໜາດໄວຟາຍກະຍັງໄດ້ຂໍໝູ່ຫລິ້ນ
ນ້ອງຢ່າຟ້າວຖາມຊິເອົາຈັ່ງໃດ ເວົ້າໄດ້ຈາກໃຈວ່າມັນຫຼົງມັກລູກສາວເພິ່ນ
ແຄ່ຂໍເວລາໃຫ້ອ້າຍຫຼາຍໆ ແລ້ວຊິຟ້າວໄປຫາເງິນຂໍແຕ່ງ..
ລົດກະຮ້າງໃນກະເປົ້າບໍ່ມີສະຕັງ ໃຫ້ເວລາອ້າຍແນ່ນ້ອງນາງພໍໄດ້ຫາທາງເກັບເງິນຄ່າດອງ
ອີກສອງສາມປີຫວັງວ່າຄົນດີຍັງຄອຍຫົວໃຈນີ້ດວງນ້ອຍໆ ຍັງຄອຍແຕ່ນ້ອງຄົນດຽວ
ບໍ່ຖິ້ມໃຫ້ໝອງບໍ່ປ່ອຍໃຫ້ນ້ອງນັ່ງເສົ້າດອກອ້າຍຊິກັບຄືນມາຫາເຈົ້າພ້ອມທັງຜູ້ເຖົ້າກັບເງິນຄ່າດອງ
ບໍ່ແມ່ນບໍ່ຮັກໂຕອ້າຍກຳລັງສ້າງຕົວຂໍເວລາອ້າຍແນ່ທູນຫົວ ແລ້ວອ້າຍຊິຟ້າວໄປຂໍຄືນດີ