Lyrics: Oudomxay CHANSANA/KIETTISACK VONGANATTHA
Music: Oudomxay CHANSANA/KIETTISACK VONGANATTHA
ພຽງເເຄ່ຕ້ອງການໃຜຈັກຄົນ ມາປອບໃຈໃນຍາມທີ່ເຫງົາໃຈ
ແຄ່ຕ້ອງການຄຳບາງຄຳບອກຮັກທຸກໆຄັ້ງໄປ
ຍັງຄົງຄິດ ແລະ ຍັງລະ ເມີ ຕາມັນມົວຫລືພາບມັນເບີລ
ເຮັດຈັ່ງໃດຫົວໃຈຄືສັ່ນ ອາການຕອນນີ້ມັນເລີ່ມບໍ່ໄຫວ
ຄືນນີ້ດວງຈັນງົດງາມພິເສດ ຝັນວ່າສອງເຮົານັ້ນອະພິເສກ
ຂ້ອຍຍັງຄົງຄິດວ່ານີ້ຄືເວດມົນທີ່ເຮັດໃຫ້ຂ້ອຍນັ້ນໂສດ
ເປັນຫຍັງຄວາມຮັກຄືເປັນແບບນີ້ປ່ອຍໃຫ້ຂ້ອຍເຫງົາໃນທຸກໆປີ
ແຄ່ຢາກມີຮັກທີ່ດີກັບໃຜຈັກຄົນທີ່ຢູ່ດ້ວຍເເລ້ວຫາຍກັງວົນ
Hook
ນີ້ກໍ່ເດືອນທັນວາດົນເເລ້ວໜາທີ່ບໍ່ມີໃຜສົນໃຈ
ພຽງແຄ່ຕ້ອງການໃຜຈັກ ທີ່ພ້ອມເຂົ້າມາເຕີມເຕັມຊ່ອງວ່າງທີ່ຢູ່ໃນຫົວໃຈ
ບໍ່ຢາກຈະເກັບມັນໄວ້ອີກແລ້ວການຕອນນີ້ມັນບໍ່ໄຫວ
Vers Genuis Flow
ຕອນນີ້ກໍເດືອນທັນວາດົນເເລ້ວໜາທີ່ບໍ່ມີໃຜມາສົນໃຈ
ພຽງເເຄ່ຕ້ອງການໃຜຈັກຄົນກອດກັນໃນຍາມທີ່ໜາວໃຈ ແລະ ຈັບມືກັນໄວ້ ບໍ່ຢາກສິເປັນແບບນີ້ອີກແລ້ວ ໃຈດວງນີ້ເລີ່ມບໍ່ໄຫວ
ນັບ321ຕົວເລກທ້າຍປີກະປ່ຽນໄປ
ຈາກເດືອນທັນວາມາມັງກອນໄດ້ໂຄດໄວ
ຕັ້ງແຕ່ປີທີ່ເເລ້ວຈົນຕອນນີ້ບໍ່ຕ່າງໄປ
ຕ່າງກັນພຽງແຕ່ໂຕເລກສ່ວນຫົວໃຈຍັງບໍ່ມີໃຜ
ຍ່າງເຂົ້າກຸມພາເຂົາວ່າເປັນເດືອນແຫ່ງຄວາມຮັກ
ແນມໄປໄສຕໍ່ໄສກະເຫັນແຕ່ຄູ່ສ່ວນຂ້ອຍອາພັບຮັກ
ເຫັນຄົນຍ່າງຈັບມືແລະຄວງແຂນ ເຮີຍ! ປານໃດເດເຮົາສິມີແຟນ
ພຽງແຕ່ຕ້ອງການໃຜຈັກຄົນທີ່ເຂົ້າໃຈມາຢູ່ຂ້າງກັນໃນມື້ທີ່ໃຈມັນບໍ່ໄຫວແລະບໍ່ມີໃຜຈັກຄົນ
ເມສາພຶດສະພາກະມີແຕ່ເຫງົາຕະຫລອດ
ເຂົ້າມາຮອດຕຸລາກະຍັງບໍ່ມີໃຜກອດ
ລັບຕາລົງຂໍພອນກັບເທວະດາ
ແຕ່ພໍມືນຕາຂຶ້ນມາກະພົບວ່າ
Hook
ນີ້ກໍ່ເດືອນທັນວາດົນເເລ້ວໜາທີ່ບໍ່ມີໃຜສົນໃຈ
ພຽງແຄ່ຕ້ອງການໃຜຈັກ ທີ່ພ້ອມເຂົ້າມາເຕີມເຕັມຊ່ອງວ່າງທີ່ຢູ່ໃນຫົວໃຈ
ບໍ່ຢາກຈະເກັບມັນໄວ້ອີກແລ້ວການຕອນນີ້ມັນບໍ່ໄຫວ
ຕອນນີ້ກໍເດືອນທັນວາດົນເເລ້ວໜາທີ່ບໍ່ມີໃຜມາສົນໃຈ
ພຽງເເຄ່ຕ້ອງການໃຜຈັກຄົນກອດກັນໃນຍາມທີ່ໜາວໃຈ ແລະ ຈັບມືກັນໄວ້ ບໍ່ຢາກສິເປັນແບບນີ້ອີກແລ້ວ ໃຈດວງນີ້ເລີ່ມບໍ່ໄຫວ x2