ຢ່າມາລໍ້ລົມ | อย่ามาล่อลม

Lyrics: Phimpha Khamphaheuang/Xaysavanh senepaseuth/Sathaphone Thepsoulinthone Music: Vo VanKiet/Thay Khaithienthong Hook Nutdao: ຢ່າມາລໍ້ລົມ ຢ່າມາປ່ອຍຄາລົມຄົມຄາຍ ຊິໄປໃສກະໄປ ບໍ່ມັກຜູ້ຊາຍຫົວງູ ຢ່າມາລໍ້ລົມ ຢ່າມາທຳທ່າວ່າເປັນຄົນດີ ໜ້າຄືກຸດຈີ່ ນິໄສບໍ່ດີຢ່າມາລໍ້ລົມ Sophana: ບໍ່ໄດ້ມາລວງ ບໍ່ໄດ້ມາຫຼອກ ພຽງຢາກຈະບອກເຈົ້າຄົນດີ ວ່າຂ້ອຍຮັກເຈົ້າແທ້ ຮັກແທ້ຮັກຈິງບໍ່ຄິດຈະຖິ້ມເລີຍ baby ຮັກເຈົ້າໄປແລ້ວ ມອບໃຫ້ທັງກາຍທັງໃຈ ໃຫ້ເຈົ້າໄປແລ້ວ ເປັນຄົນອື່ນຄົງບໍ່ໄດ້ Min: ບໍ່ເຊື່ອອ້າຍດອກ ອ້າຍພຽງຢາກເຂົ້າມາຫຼອກກັນ ຄຳທີ່ອ້າຍບອກ ພຽງຄຳຫຼອກລວງເທົ່ານັ້ນ Hook Nutdao: ຢ່າມາລໍ້ລົມ ຢ່າມາປ່ອຍຄາລົມຄົມຄາຍ ຊິໄປໃສກະໄປ ບໍ່ມັກຜູ້ຊາຍຫົວງູ ຢ່າມາລໍ້ລົມ ຢ່າມາທຳທ່າວ່າເປັນຄົນດີ ໜ້າຄືກຸດຈີ່ ນິໄສບໍ່ດີຢ່າມາລໍ້ລົມ Gx2: ອ້າຍບໍ່ດີຢູ່ບ່ອນໃດ ທີ່ອ້າຍນັ້ນທັກໄປກໍ່ເພາະອ້າຍຢາກຮູ້ ເຈົ້າໄດ້ຍິນມາແຕ່ໃສ ຖ້ອຍຄຳທີ່ໃສ່ຮ້າຍວ່າອ້າຍນັ້ນເຈົ້າຊູ້ ຢາກໃຫ້ເບິ່ງທີ່ການກະທຳຫຼາຍກວ່າ ມັນຈະວັດໄດ້ເລີຍວ່າໃຜດີໃຜຊົ່ວ ເພາະວ່າອ້າຍນັ້ນບໍ່ໄດ້ເສແສ້ງ ມັນຄືຄວາມຈິງ ເພາະວ່າອ້າຍນັ້ນຮັກເຈົ້າແລ້ວເດ ອ້າຍບໍ່ໄດ້ມາຫຼອກລິງ Mild: ອ້າຍຮັກຈິງແທ້ບໍ່ ຮັກແທ້ກໍ່ໃຫ້ແມ່ມາຂໍ ແຄ່ຄາລົມຄົງບໍ່ພໍ ຄ່າດອງສິນສອດອ້າຍມີບໍ່ ຫາກອ້າຍນັ້ນບໍ່ມີປັນຫາ ນ້ອງພ້ອມຈະຕົກລົງປົງໃຈ ຢ່າໃຫ້ນ້ອງຕ້ອງມີນຳ້ຕາ ຮັກສາສັນຍາເດີຈື່ໄວ້ Hook Nutdao: ຢ່າມາລໍ້ລົມ ຢ່າມາປ່ອຍຄາລົມຄົມຄາຍ ຊິໄປໃສກະໄປ ບໍ່ມັກຜູ້ຊາຍຫົວງູ ຢ່າມາລໍ້ລົມ ຢ່າມາທຳທ່າວ່າເປັນຄົນດີ ໜ້າຄືກຸດຈີ່ ນິໄສບໍ່ດີຢ່າມາລໍ້ລົມ Hook Nutdao: ຢ່າມາລໍ້ລົມ ຢ່າມາປ່ອຍຄາລົມຄົມຄາຍ ຊິໄປໃສກະໄປ ບໍ່ມັກຜູ້ຊາຍຫົວງູ ຢ່າມາລໍ້ລົມ ຢ່າມາທຳທ່າວ່າເປັນຄົນດີ ໜ້າຄືກຸດຈີ່ ນິໄສບໍ່ດີຢ່າມາລໍ້ລົມ